ຕື່ນເຕັ້ນ! ເປັນຄັ້ງປະຫວັດສາດ ກຽມຕ້ອນຮັບ Miss Universe 2023

62

ງານນີ້ແຟນໆນາງງາມຕ້ອງຂົນລຸກໄປຕາມໆກັນ ແລະ ຖືໄດ້ວ່າເປັນຄັ້ງປະຫວັດສາດເລີຍ ເມື່ອນາງງາມຈັກກະວານ Miss Universe 2023 Sheynnis Palacios ຈະເດີນທາງມາຢ້ຽມຢາມປະເທດລາວ ໃນວັນທີ 5 – 7 ເມສາ 2024 ທີ່ຈະມາເຖິງນີ້ ແຟນໆກຽມຖ້າຕ້ອນຮັບໄດ້ເລີຍ ການມາຢ້ຽມຢາມລາວຄັ້ງນີ້ຈະມີຫຍັງແດ່ໃຫ້ແຟນໆໄດ້ຕື່ນເຕັ້ນແດ່ ຕ້ອງຖ້າຕິດຕາມໄປນໍາກັນເດີ.

อาจเป็นรูปภาพของ 7 คน, โปสเตอร์, นิตยสาร และ ข้อความ

ຮ່ວມແຮງຮ່ວມໃຈຊາວລາວ ຕ້ອນຮັບ Miss Universe 2023 ເຊນີສ ປາລາຊີໂອສ ສູ່ນະຄອນຫຼວງວຽງຈັນ, ປະເທດລາວເປັນການຢ້ຽມຢາມລາວຄັ້ງທຳອິດ ພວກເຮົາມາຮ່ວມກັນສ້າງໜ້າປະຫວັດສາດກັບນາງງາມຈັກກະວານ ເພື່ອປະກາດໃຫ້ໂລກຮູ້ຈັກປະເທດລາວໃຫ້ຫຼາຍຂຶ້ນ ພ້ອມເປັນການສົ່ງເສີມປີທ່ອງທ່ຽວລາວ ໃຫ້ຂະຫຍາຍກວ້າງອອກໃຫ້ຈັກກະວານໄດ້ຮູ້ເຖິງອັນຍະມະນີແຫ່ງແມ່ນ້ຳຂອງ ແລະ ຮີດຄອງປະເພນີ ສະຖານທີ່ທ່ອງທ່ຽວທີ່ຄົນລາວທັງຊາດພູມໃຈ.

อาจเป็นรูปภาพของ 1 คน และ ข้อความ

ງານນີ້ຂ່າວບັນເທີງມີຂ່າວດີສໍາລັບເວທີ Miss Universe Laos ມາຝາກມາຕ້ອນເດີ ມາເບິ່ງນໍາກັນວ່າຜູ້ຄອງມົງກຸດນາງງາມຈັກກະວານລາວ ຄົນທີ 8 ອາດເປັນເຈົ້າເດີ ທີ່ສໍາຄັນໃຈຕ້ອງກ້າໆແນ່ສາວໆ ໂອກາດດີໆມີໄວ້ໃຫ້ຄົນກ້າສະເໝີ ເວທີນີ້ເປີດກວ້າງສຸດໆ ເພາະເພິ່ນຝາກມາວ່າ: ສາວໆບໍ່ຕ້ອງກັງວົນເລື່ອງພາສາ ຢາກບອກວ່າ “ ພວກເຮົາປະກວດຫາສາວງາມ ບໍ່ໄດ້ເສັງນັກຮຽນເກັ່ງ ” ໃຜມີໃຈສູ້ ແລະ ກ້າຫານແຂງແກ່ນ ມຸ່ງໝັ້ນ! ບໍ່ຕ້ອງຫວັ່ນ ເຈົ້າມີສິດ “ ມົງ ” ແນ່ນອນ.

อาจเป็นรูปภาพของ 1 คน และ ข้อความพูดว่า "SSIW UNIVERSE"

ໂອກາດຢູ່ຕໍ່ໜ້າຂະໜາດນີ້ ຖ້າຫຍັງອີກ ຮີບຟ້າວສະໝັກເລີຍ:

อาจเป็นรูปภาพของ 1 คน, การแต่งหน้า และ ข้อความ

ກົດ https://form.jotform.com/78CreationLaos/MissUniverseLaos2024 Application Form ປິດຮັບສະໝັກວັນທີ 22 ມີນາ 2024 ເປີດໂອກາດໃຫ້ສາວງາມຈາກທົ່ວປະເທດ ສາວງາມສັນຊາດລາວ, ບໍ່ຈຳກັດອາຍຸ, ບໍ່ຈຳກັດລວງສູງ, ສະຖານະພາບໂສດ, ໝັ້ນໝາຍ, ແຕ່ງດອງ, ມີລູກ ຫຼື ຢ່າຮ້າງ ເຄີຍຜ່ານການປະກວດ ຫຼື ໜ້າໃໝ່, ສາວງາມຂ້າມເພດ ທີ່ມີຄຳນຳໜ້າວ່ານາງ ກໍສາມາດສະໝັກໄດ້ ຕິດຕາມລາຍລະອຽດໄດ້ທີ່ເພຈ Miss Universe Laos ເດີ.