ສຳເລັດການກໍ່ສ້າງເສັ້ນທາງປູຢາງ 8 ເສັ້ນໃນເທສະບານເມືອງນອງ

47

ເປັນຂ່າວທີ່ດີຂອງຊາວເມືອງນອງແຂວງສະຫວັນນະເຂດ ເປັນຕົ້ນແມ່ນໃນເທສະບານເມືອງທີ່ຈະໄດ້ນຳໃຊ້ເສັ້ນທາງປູຢາງ ອັນສ້າງຄວາມສະດວກສະບາຍໃນລະດູຝົນ ຊຶ່ງຕອນນີ້ໄດ້ສ້າງສຳເລັດແລ້ວທັງໝົດ 8 ເສັ້ນລວມໄລຍະທາງ 5 ກິໂລແມັດ.

อาจเป็นรูปภาพของ 4 คน และ ข้อความ
ຕາມການໃຫ້ຂໍ້ມູນຂອງທ່ານ ພົມມະສີ ອຸດອນຄຳ ຫົວໜ້າໜ່ວຍ ງານຂົວທາງຈາກຫ້ອງການໂຍທາທິການ ແລະຂົນສົ່ງເມືອງນອງ ໄດ້ໃຫ້ຮູ້ວ່າ: ໃນທ້າຍເດືອນກຸມພາ 2024 ນີ້, ທາງຄະນະວິຊາການ ພາກສະໜາມ ໄດ້ລົງຕິດຕາມການ ກໍ່ສ້າງເສັ້ນທາງປູຢາງຕາຜ້າຈຳ ນວນ 8 ເສັ້ນພາຍໃນເທສະບານ ເມືອງ ໂດຍມາຮອດປະຈຸບັນການກໍ່ສ້າງດັ່ງກ່າວແມ່ນສຳເລັດແລ້ວ 100%.

อาจเป็นรูปภาพของ พื้นหญ้า
ໂຄງການຟື້ນຟູ ແລະສ້ອມ ແປງເສັ້ນທາງປູຢາງໃນເທສະ ບານເມືອງນອງ ຈຳນວນ 8 ເສັ້ນດັ່ງກ່າວມີລວມມູນຄ່າ 8,23 ຕື້ກີບ, ສຳລັບແຫຼ່ງທຶນແມ່ນໄດ້ມາ ຈາກບ້ວງ ເງິນເກີນແຜນຂອງແຂວງໃນປີ 2022 ຈຳນວນ 7,23 ຕື້ກີບ ແລະບ້ວງກອງທຶນທາງປີ 2022 ຈຳນວນ 1 ຕື້ກີບ, ໂຄງການດັ່ງ ກ່າວແມ່ນພະແນກໂຍທາທິການ ແລະຂົນສົ່ງແຂວງສະຫວັນນະ ເຂດ ເປັນເຈົ້າຂອງໂຄງການ ແລະ ບໍລິສັດວີແອວພີພັດທະນາກໍ່ສ້າງ ຈຳກັດ ເປັນຜູ້ຮັບເໝົາ.

อาจเป็นรูปภาพของ 2 คน และ ลานเก็บไม้ขาย

ທັງນີ້ກໍ່ ເພື່ອ ສືບຕໍ່ພັດທະນາພື້ນຖານໂຄງລ່າງ ໃຫ້ສາມາດເອື້ອອຳນວຍໃຫ້ແກ່ ພໍ່ແມ່ປະຊາຊົນບັນດາເຜົ່າໄດ້ເຂົ້າ ເຖິງການສຶກສາ, ສາທາລະນະ ສຸກ, ການຜະລິດ, ການບໍລິການ ໂດຍສະເພາະເຮັດໃຫ້ການສັນ ຈອນໄປມາຂອງປະຊາຊົນໃນ ເຂດເທສະບານເມືອງ ມີຄວາມສະ ດວກສະບາຍ ແລະມີຄວາມປອດ ໄພ.

ຂອບໃຈຈ່າວຈາກ: ສະຫວັນພັດທະນາ