ເທສະການ ” ໝາກພ້າວນາໄຊ ” ທີ່ແຂວງສາລະວັນ ຈັດຂຶ້ນຕິດພັນກັບ ປີທ່ອງທ່ຽວລາວ

54

ເມືອງສາລະວັນ ແຂວງສາລະວັນ ພ້ອມຈະຈັດເທສະການໝາກພ້າວນາໄຊ, ບຸນລະປືບຂອງຊົນເຜົ່າກະຕ່າງ ຕິດພັນກັບປີທ່ອງທ່ອງລາວ ປະຈໍາປີ 2024 ໃນລະຫ່ວາງວັນທີ 10-16 ມີນາ ທີ່ຈະມາເຖິງນີ້.

ທ່ານ ບຸນສາ ຄ່ຽມມະນີຂັນໄຊ ຮອງເຈົ້າເມືອງສາລະວັນ, ຮອງປະທານຈັດງານເທສະການໝາກພ້າວນາໄຊ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ປັດຈຸບັນຄະນະຮັບຜິດຊອບດ້ານຕ່າງໆ ໄດ້ສົມທົບກັບອົງການປົກຄອງບ້ານ, ພໍ່ແມ່ປະຊາຊົນ ພາຍໃນບ້ານນາໄຊ ແລະ ບ້ານໃກ້ຄຽງພ້ອມກັນຫ້າງຫາກະກຽມກຳນົດສະຖານທີ່, ອະນາໄມ, ຕົບແຕ່ງປະດັບປະດາ, ຈັດຕັ້ງການເວນຍາມຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽນຮຽບຮ້ອຍ, ພາຍໃນງານຈະມີຫລາຍກິດຈະກຳເຊັ່ນ: ການວາງສະແດງສິນຄ້າສິນຄ້າ ໂອດັອບ-ໂອທັອບຂອງເມືອງ, ຕ່າງເມືອງ ແລະ ຕ່າງແຂວງ, ວາງສະແດງສິນຄ້າຂອງຄອບຄົວຕົວແບບການຜະລິດພາຍໃນເມືອງ, ວາງສະແດງສິນຄ້າທີ່ຜະລິດຈາກໝາກພ້າວຂອງຄອບຄົວປະຊາຊົນບ້ານນາໄຊນ້ອຍ; ການປະກວດສິລະປະ-ວັນນະຄະດີ ແລະ ອາຫານພື້ນບ້ານ, ການປະກວດນັກຮ້ອງ, ໝໍລຳ, ໝໍແຄນ, ການຟ້ອນ, ປະກວດໝາກພ້າວຫວານ ແລະ ການແຂ່ງຂັນກິລາພື້ນເມືອງປະເພດຕ່າງໆ.

ທ່ານຮອງເຈົ້າເມືອງສາລະວັນ ຍັງໃຫ້ຮູ້ອີກວ່າ: ການຈັດງເທສະການໝາກພ້າວນາໄຊ ແລະ ບຸນລະປືບຂອງຊົນເຜົ່າກະຕ່າງ ຕິດພັນກັບປີທ່ອງທ່ຽວລາວ 2024 ຂອງເມືອງສາລະວັນ ກໍເພື່ອແນໃສ່ຊຸກຍູ້ສົ່ງເສີມໃຫ້ຜູ້ປະກອບການພາຍໃນ ແລະຕ່າງປະເທດ ໃນການແລກປ່ຽນຊື້-ຂາຍສິນຄ້າ ໃຫ້ເປັນຂະບວນ, ຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ສອດຄ່ອງກັບວາລະແຫ່ງຊາດວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ. ພ້ອມນີ້, ທ່ານ ຍັງໄດ້ຮຽກຮ້ອງໃຫ້ຜູ້ປະກອບການ, ປະຊາຊົນ ແລະ ແຂກທີ່ມາຮ່ວມໃນງານ, ຈົ່ງໄດ້ພ້ອມກັນເອົາໃຈໃສ່ຮັກສາຄວາມສະອາດຈົບງາມ, ເພື່ອຕ້ອນຮັບ ແລະ ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າມາຮ່ວມໃນງານ ກໍຄືເຂົ້າມາທ່ອງທ່ຽວບ້ານນາໄຊ ເມືອງ ແລະ ແຂວງສາລະວັນ.
ຂ່າວ: ລັດຕະນາ ແສງສຸວັນ