ລາຄານໍ້າມັນດິບໃນຕະຫຼາດໂລກຫຼຸດລົງ

36

ລາຄານໍ້າມັນດິບ WTI ຫຼຸດລົງ 59 ເຊັນ ເຖິງວ່າມີລາຍງານວ່າກຸ່ມປະເທດຜູ້ສົ່ງອອກນໍ້າມັນ(ໂອເປັກ) ແລະ ຊາດພັນທະມິດ ຫລື ໂອເປັກບວກ ມີມະຕິຂະຫຍາຍການປັບຫຼຸດກຳລັງການຜະລິດໂດຍສະໝັກໃຈ ໄປຈົນເຖິງໄຕມາດ 2 ປີ2024 ເພື່ອຮັກສາລາຄານໍ້າມັນໃນຕະຫຼາດ.

อาจเป็นรูปภาพของ 1 คน และ โรงกลั่นน้ำมัน

ລາຄານໍ້າມັນດິບ ເວັດເທັກຊັດ ຫຼື WTI ສົ່ງມອບເດືອນເມສາ ປັບຕົວຫຼຸດລົງ59ເຊັນ ຫລື 0,75% ສູ່ລະດັບ78,15ໂດລາສະຫະລັດຕໍ່ບາເຣລ. ສ່ວນສັນຍານໍ້າມັນດິບເບຣນ ຫຼຸດລົງ76ເຊັນ ຫລື 0,92% ປິດທີ່ 82,04ໂດລາສະຫະລັດຕໍ່ບາເຣລ.

ທັງນີ້ ໂອເປັກບວກ ມີມະຕິປັບຫຼຸດກຳລັງການຜະລິດໂດຍສະໝັກໃຈຈໍານວນ2,2ລ້ານບາເຣລຕໍ່ວັນ ໄປຮອດໄຕມາດ2 ປີນີ້ ໂດຍຊາອຸດິ ອາຣະເບຍ ປັບຫຼຸດການຜະລິດລົງ 1 ລ້ານບາເຣລຕໍ່ວັນ, ຂະນະທີ່ຣັດເຊຍປັບຫຼຸດການຜະລິດ ແລະ ການສົ່ງອອກ 471.000 ບາ ເຣລຕໍ່ວັນ.