ຄຳມ່ວນໄດ້ແລ້ວຕົວແທນນັກຮຽນເກັ່ງ ພ້ອມເຂົ້າສອບເສັງລະດັບຊາດ

111

ພິທີສອບເສັງຄັດເລືອກນັກຮຽນເກັ່ງທົ່ວແຂວງຄຳມ່ວນ ໄດ້ຈັດຂຶ້ນໃນວັນທີ 5 ມີນາ 2024 ທີ່ສູນ ITCໂຮງຮຽນມໍປາຍທ່າແຂກ ໂດຍການເປັນປະທານຂອງທ່ານ ອຸດຕະມະ ຈັນນີຍະວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີບັນດາຄະນະຮັບຜິດຊອບຈັດການສອບເສັງ, ພະນັກງານຄູ-ອາຈານ ຕະຫຼອດຮອດນັກຮຽນຊັ້ນ ປ.5, ມ.4 ແລະ ມ.7 ຈາກໂຮງຮຽນຕ່າງໆໃນທົ່ວແຂວງເຂົ້າຮ່ວມ.

May be an image of 11 people, people studying and text
ການສອບສັງນັກຮຽນເກັ່ງ ລະດັບແຂວງ ສາຍສາມັນສຶກສາ (ປ.5, ມ.4 ແລະ ມ.7) ເປັນກິດຈະກຳທີ່ສໍາຄັນນັກຮຽນທີ່ເຂົ້າຮ່ວມແຂ່ງຂັນລ້ວນແຕ່ເປັນຕົວແທນນັກຮຽນເກັ່ງທີ່ມາຈາກທຸກເມືອງ ແລະ ບັນດາໂຮງຮຽນອ້ອມຂ້າງແຂວງ ໂດຍມີຂະບວນການສອບເສັງຂັດເລືອກມາຈາກຂັ້ນໂຮງຮຽນ, ກຸ່ມໂຮງຮຽນ ແລະ ຂັ້ນເມືອງ ໂດຍການສອບເສັງໃນລະດັບແຂວງທັງນີ້ ກໍ່ເພື່ອເປັນຕົວຊີ້ວັດ ແລະ ປະເມີນຜົນສໍາເລັດດ້ານການສິດສອນຂອງຄູ ແລະ ການຮຽນຂອງນັກຮຽນ, ເພື່ອຊຸກຍູ້ຂະບວນການແຂ່ງຂັນຂັດເລືອກທາງດ້ານການຮຽນ-ການສອນ, ສົ່ງເສີມນັກຮຽນທີ່ມີພອນສະຫວັນ ແລະ ຄວາມສາມາດ ໃຫ້ໄດ້ຮຽນໃນລະດັບສູງຂຶ້ນໄປເລື້ອຍໆ ແລະ ແນໃສ່ເລືອກໄດ້ນັກຮຽນເກັ່ງໃນລະດັບແຂວງ ເພື່ອເຂົ້າຮ່ວມສອບເສັງແຂ່ງຂັນລະດັບຊາດ ແລະ ສາມາດເຂົ້າຮ່ວມແຂ່ງຂັນໃນລະດັບສູງຂຶ້ນໃນເຂດພາກພື້ນ ແລະ ສາກົນ.

May be an image of 3 people and text
ເຊິ່ງໃນການສອບເສັງດັ່ງກ່າວ ມີນັກຮຽນເຂົ້າຮ່ວມສອບເສັງທັງໝົດຈໍານວນ 113 ຄົນ. ໃນນັ້ນ ຊັ້ນ ປ.5 ມີ 29 ຄົນ, ສອບເສັງ 3 ວິຊາຄື: ພາສາລາວ, ຄະນິດສາດ, ວິທະຍາສາດ ແລະ ສິ່ງແວດລ້ອມ, ຊັ້ນ ມ.4 ແລະ ມ.7 ມີນັກຮຽນເຂົ້າສອບເສັງຊັ້ນລະ 42 ຄົນ, ສອບເສັງໃນ 5 ວິຊາຄື: ພາສາລາວ-ວັນນະຄະດີ, ຄະນິດສາດ, ຟີຊິກສາດ, ເຄມີສາດ ແລະ ພາສາອັງກິດ. ນອກນີ້ຍັງມີການ ຖາມ-ຕອບ ວິທະຍາສາດ. ເຊິ່ງການຈັດອັນດັບສອບເສັງ ທີ 1, ທີ 2 ແລະ ທີ 3 ແມ່ນລະດັບຄະແນນ 7 ຂຶ້ນໄປ. ເຊິ່ງ

May be an image of 9 people, dais and text

ຜົນການສອບເສັງ ໃນຊັ້ນ ປ.5 ໄດ້ລາງວັນທີ 1 ມີ 2 ນ້ອງ ຄື: ນາງ ອາລັນຍາ ສີລິບຸນຍະສອນ (ຈາກວິຊາ ຄະນິດສາດ) ແລະ ນາງ ເມລະດາ ອະນັນຕະທັດ (ວິຊາວິທະຍາສາດ ແລະ ສິ່ງແວດລ້ອມ) ມາຈາກໂຮງຮຽນປະຖົມ ເທີນ-ຫີນບູນ ເມືອງຄູນຄໍາ, ລາງວັນທີ 2 ແມ່ນ ນາງ ນັນທິດາ ໄຊຍະວົງ ໂຮງຮຽນປະຖົມ ທຳມະວົງ ເມືອງທ່າແຂກ (ວິຊາຄະນິດສາດ), ຊັ້ນ ມ.4 ລາງວັນທີ 1 ມີ 3 ນ້ອງຄື: ນາງ ຄໍາແພງ ວົງວິໄລ ຈາກ ມສ ເທີນ-ຫີນບູນ ເມືອງຄູນຄໍາ (ວິຊາພາສາລາວ-ວັນນະຄະດີ), ທ້າວ ຄໍາສະໄໝ ອາລຸນລາສີ ຈາກໂຮງຮຽນ ຄໍາມ່ວນ-ກວາງບິ່ງ ເມືອງທ່າແຂກ (ວິຊາຟີຊິກສາດ) ແລະ ນາງ ແພັດຕີ້ ທາວົງ ມສ ນໍ້າເທີນ 2 ເມືອງຍົມມະລາດ (ພາສາອັງກິດ).

May be an image of 12 people, people studying, table and text

ສໍາລັບຊັ້ນ ມ.7 ລາງວັນທີ 1 ມີ 4 ນ້ອງຄື: ນາງ ຂວັນໃຈ ຫານທະວົງ ໂຮງຮຽນ ມໍປາຍ ທ່າແຂກ (ວິຊາພາສາລາວ-ວັນນະຄະດີ), ທ້າວ ເປັນເອກ ໂຊກທະວີ ໂຮງຮຽນ ຄໍາມ່ວນ-ກວາງບິ່ງ ເມືອງທ່າແຂກ (ວິຊາຄະນິດສາດ), ນາງ ທິດາວອນ ພົມມະລາດ ໂຮງຮຽນ ມໍປາຍ ທ່າແຂກ (ວິຊາຟີຊິກສາດ) ແລະ ນາງ ຕົ້ນເພີນ ລິນຊົມພູ ຈາກ ມສ ຍົມມະລາດ ເມືອງຍົມມະລາດ (ວິຊາພາສາອັງກິດ), ລາງວັນທີ 2 ມີ 2 ນ້ອງຄື: ນາງ ຍິ່ງຈະເລີນ ສຸແສງໄທ ໂຮງຮຽນ ມໍປາຍ ທ່າແຂກ (ວິຊາຟີຊິກສາດ), ທ້າວ ເພັດສະຫຼາດ ພູມີຈັນ ໂຮງຮຽນ ມໍປາຍ ທ່າແຂກ (ພາສາອັງກິດ) ແລະ ລາງວັນທີ 3 ມີ 1 ນ້ອງຄື: ນາງ ພິນສາກົນ ອິນທະວີຄໍາ ໂຮງຮຽນ ມໍປາຍ ທ່າແຂກ (ພາສາອັງກິດ).