ໂຄງການປັບປຸງເສັ້ນທາງ ເຂົ້າແຫລ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ສໍາເລັດແລ້ວ

48

ກອງປະຊຸມກວດກາຜົນສໍາເລັດ ຂອງໂຄງການປັບປຸງເສັ້ນທາງ ເພື່ອອໍານວຍຄວາມສະ ດວກເຂົ້າແຫລ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ເມືອງປາກຊ່ອງ ແຂວງຈໍາປາສັກ ຈັດຂຶ້ນໃນວັນທີ 4 ມີນາ 2024 ຢູ່ແຫລ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ໂດຍການເປັນປະທານຂອງ ທ່ານ ນາງ ແພງຈັນ ແພງເມືອງ ຫົວໜ້າກົມ ແຜນການ ແລະ ການຮ່ວມມືສາກົນ ກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ), ມີພາກສ່ວນກ່ຽວຂ້ອງ ຈາກກະຊວງແຜນການ ແລະ ການລົງທຶນ, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ຜູ້ຕາງໜ້າຈາກພະແນກການ ແຂວງຈໍາປາສັກ ແລະ ເມືອງປາກຊ່ອງ ເຂົ້າຮ່ວມ.

ທ່ານ ນາງ ແພງຈັນ ແພງເມືອງ ໄດ້ໃຫ້ຮູ້ວ່າ: ໂຄງການປັບປຸງເສັ້ນທາງອໍານວຍຄວາມສະດວກເຂົ້າແຫລ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ແມ່ນວຽກງານໜຶ່ງທີ່ມີຄວາມສຳຄັນ, ເປັນວຽກງານທີ່ນອນຢູ່ໃນແຜນພັດທະນາ ຂອງວຽກງານຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ 05 ປີ (2021-2025) ກ່ຽວກັບຄາດໝາຍຕົ້ນຕໍຂອງວຽກງານການທ່ອງທ່ຽວ ເຊິ່ງການພັດທະນາປັບປຸງໂຄງລ່າງພື້ນຖານ ແລະ ສິ່ງອໍານວຍຄວາມສະດວກ ດ້ານການທ່ອງທ່ຽວ ກໍເພື່ອຮັບປະກັນທາງດ້ານປະລິມານ ແລະ ຄຸນະພາບ, ທັງເປັນການກະຕຸກຊຸກຍູ້ ແລະ ສົ່ງເສີມໃຫ້ຫົວໜ່ວຍທຸລະກິດທີ່ປີ່ນອ້ອມໃນຂະແໜງທ່ອງທ່ຽວ ສາມາດສ້າງລາຍຮັບໃຫ້ປະເທດຊາດ. ສະນັ້ນ, ຈຶ່ງໄດ້ນຳສະເໜີຕໍ່ຄະນະພັກ-ຄະນະນຳ ກະຊວງ ຖວທ ໂດຍສະເໜີເອົາໂຄງການດັ່ງກ່າວ ບັນຈຸເຂົ້າໃນແຜນໂຄງການລົງທຶນຂອງລັດ ທີ່ກະຊວງຄຸ້ມຄອງ ແລະ ໃນຂອດຂອງການຈັດຕັ້ງປະຕິບັດບັນດາໂຄງການດັ່ງກ່າວ ທາງກະຊວງແມ່ນໄດ້ນໍາໃຊ້ງົບປະມານບ້ວງລາຍຮັບເງິນບໍາເນັດກັບລາຍຮັບເກີນແຜນ ປີ 2022 ທີ່ສະພາແຫ່ງຊາດໄດ້ມອບໃຫ້ກະຊວງ ຖວທ ເປັນຜູ້ປະຕິບັດຕາມແຈ້ງການ 325/ຄລສ, ລົງວັນທີ 27 ກໍລະກົດ 2023 ແລະ ແຈ້ງການສະບັບເລກທີ 1497/ຫສນຍ, ລົງວັນທີ 15 ສິງຫາ 2023.

ສໍາລັບ ໜ້າວຽກ ໃນການຈັດຕັ້ງປະຕິບັດນັບແຕ່ມື້ເປີດຊອງປະມູນ ຄັ້ງວັນທີ 13 ພະຈິກ 2023 ເຊິ່ງແມ່ນ ບໍລິສັດ ເຮືອງຈະເລີນ ກໍ່ສ້າງຄົບວົງຈອນ ແລະ ຂາເຂົ້າ-ຂາອອກ ຈໍາກັດຜູ້ດຽວ ເປັນຜູ້ຊະນະການປະມູນ ແລະ ຮັບເໝົາກໍ່ສ້າງໂຄງການ ແລະ ໄດ້ເຊັນສັນຍາ ໃນວັນທີ 24 ພະຈິກ 2023 ເລີ່ມລົງມືປະຕິບັດ 5 ທັນວາ 2023, ມາຮອດວັນທີ 15 ກຸມພາ 2024 ຄະນະຕິດຕາມພາກສະໜາມ ໄດ້ລົງກວດກາມາດຕະຖານເຕັກນິກຕາມຂະບວນການ ແລະ ຂັ້ນຕອນຂອງຂະແໜງ ຍທຂ ແລະ ລາຍການໜ້າວຽກ ທາງບໍລິສັດ ແມ່ນໄດ້ປະຕິບັດສໍາເລັດ 100%.
ທີ່ມາ: ຂປລ