ລາຄາຄຳຟິວເຈີ ປັບຂຶ້ນແຮງຈາກການອ່ອນຄ່າຂອງເງິນໂດລາ

36

ສັນຍາຄຳຕະຫຼາດນິວຢອກ ປັບຕົວເພີ່ມຂຶ້ນໃນການຊື້ – ຂາຍ ເມື່ອວັນອັງຄານທີ 27 ກຸມພາ ໂດຍໄດ້ປັດໄຈບວກຈາກການອ່ອນຄ່າຂອງເງິນໂດລາສະຫະລັດ ທັງຍັງໄດ້ແຮງໜູນຈາກແຮງຊື້ຂອງນັກລົງທຶນ.

ສັນຍາຄຳຕະຫຼາດໂຄແມັກ COMEX ( Commodity Exchange ) ສົ່ງມອບເດືອນເມສາ 2024 ປັບຂຶ້ນ 5,2 ໂດລາ ຫຼື 0,26% ປິດທີ່ 2.044,10 ໂດລາສະຫະລັດຕໍ່ອອນ.

ສ່ວນສັນຍາໂລຫະເງິນສົ່ງມອບເດືອນພຶດສະພາ ເພີ່ມຂຶ້ນ 2,20 ເຊັນ ປິດທີ່ 22,75ໂດລາຕໍ່ອອນ. ສັນຍາພລາຕິນຳສົ່ງມອບເດືອນເມສາ ເພີ່ມຂຶ້ນ 15,9 ໂດລາ ປິດທີ່ 897 ໂດລາຕໍ່ອອນ.

ສຳລັບຂໍ້ມູນເສດຖະກິດທີ່ເປີດເຜີຍບໍ່ໄດ້ບົ່ງຊີ້ທິດທາງຊັດເຈນ ໂດຍຜົນສຳຫຼວດ ຂອງ Conference Board ເຊິ່ງເປັນສະຖາບັນວິໄຈເສດຖະກິດ ທີ່ເປີດເຜີຍໃນວັນອັງຄານລະບຸວ່າ ດັດຊະນີຄວາມເຊື່ອໝັ້ນຂອງຜູ້ບໍລິໂພກໃນສະຫະລັດອາເມຣິກາ ປັບຕົວລົງໃນເດືອນກຸມພາ ຫຼັງຈາກດີດຕົວຂຶ້ນຕິດຕໍ່ກັນ 3 ເດືອນ ທ່າມກາງຄວາມກັງວົນກ່ຽວກັບຕະຫຼາດແຮງງານ ແລະ ປັດໄຈທາງການເມືອງໃນສະຫະລັດ.