ຄາດໂອເປັກພລັສ ຫຼຸດກຳລັງຜະລິດ ດັນນໍ້າມັນ WTI ປິດບວກ

29

ສັນຍານໍ້າມັນດິບເວັດເທັກຊັດ ຫຼື WTI ຕະຫຼາດນິວຢອກ ສະຫະລັດ ປິດບວກ ໃນວັນອັງຄານ ທີ 27 ກຸມພາ; ຂະນະທີ່ນັກລົງທຶນຄາດການວ່າ ກຸ່ມປະເທດຜູ້ສົ່ງອອກນໍ້າມັນ ( ໂອເປັກ ) ແລະ ຊາດພັນທະມິດ ຫຼື ໂອເປັກພລັສຈະຂະຫຍາຍເວລາຫຼຸດກຳລັງການຜະລິດນໍ້າມັນອອກໄປອີກ ຫຼັງສິ້ນສຸດໄຕມາດທຳອິດ.

อาจเป็นรูปภาพของ โรงกลั่นน้ำมัน

ສັນຍານໍ້າມັນດິບ WTI ສົ່ງມອບເດືອນເມສາ ເພີ່ມຂຶ້ນ 1,29ໂດລາ ຫຼື 1,66% ປິດທີ່ 78,87ໂດລາຕໍ່ບາເຣລ. ສ່ວນສັນຍານໍ້າມັນດິບເບຣນ ( BRENT ) ສົ່ງມອບເດືອນເມສາ ເພີ່ມຂຶ້ນ 1,12ໂດລາ ຫຼື 1,36% ປິດທີ່ 83,65 ໂດລາຕໍ່ບາເຣລ.

ໂດຍໃນໄວໆນີ້ ໂອເປັກພລັສຈະຕັດສິນໃຈຂະຫຍາຍເວລາຫຼຸດກຳລັງການຜະລິດນໍ້າມັນອອກໄປອີກ ຫຼັງສິ້ນສຸດໄຕມາດທຳອິດ ຫຼື ບໍ່; ຂະນະທີ່ໂກລແມນແຊັກ ຄາດການວ່າການຫຼຸດກຳລັງການຜະລິດນໍ້າມັນຈະດຳເນີນຕໍ່ໄປໃນໄຕມາດ 2 ກ່ອນທີ່ໂອເປັກພລັສຈະຄ່ອຍໆຜ່ອນຄາຍມາດຕະການດັ່ງກ່າວໃນໄຕມາດ 3.