ພາສ່ອງຜົນງານນັກຮ້ອງສຽງຊົງສະເໜ່ ມຸກດາວັນ ສັນຕິພອນ

65

ຂ່າວບັນເທີງເຊື່ອວ່າ ເມື່ອເວົ້າເຖິງຊື່ຂອງແມ່ຍິງຄົນນີ້ ບໍ່ມີໃຜບໍ່ຮູ້ຈັກຢ່າງແນ່ນອນ ເພາະເປັນອີກໜຶ່ງສິລະປິນສາວພາວສະເໜ່ ກັບສຽງຮ້ອງອັນເປັນເອກະລັກ ຟັງແລ້ວຕິດຫູຕິດໃຈແຟນໆ ມື້ນີ້ເລີຍເອົາໃຈແຟນໆສາວສຽງດີຄົນນີ້ ເຊິ່ງກັບມາແລ້ວ ມຸກດາວັນ ສັນຕິພອນ ກັບຜົນງານເພງ “ ປະກັນສາເນາະ ” ທີ່ຫາກໍປ່ອຍອອກມາ ເນື້ອຫາ, ຄໍາຮ້ອງທໍານອງກໍກິນໃຈສຸດໆ ຢາກໃຫ້ທຸກຄົນໄດ້ຟັງກັນ.

อาจเป็นรูปภาพของ 5 คน

ຖືໄດ້ວ່າງຽບຫາຍໄປດົນພໍສົມຄວນ ສຳລັບນັກຮ້ອງສາວບ້ານນາແຫ່ງດິນແດນພໍ່ກະດວດ ສຳລັບສາວມຸກດາວັນ ສັນຕິພອນ ເຈົ້າຂອງຜົນງານເພງທີ່ໂດ່ງດັງຫຼາຍບົດເພງທີ່ຜ່ານມາ ເປັນຕົ້ນ: ເອີ້ນອ້າຍໃສ່ໝໍ້ໜຶ້ງ, ສຽງແຄນແທນໃຈ, ມົນຮັກບ່າວເມືອງວັງ ແລະ ອີກຫຼາຍບົດເພງ ເຊິ່ງຕອນນີ້ ສາວມຸກດາວັນ ໄດ້ກັບມາແລ້ວ ພ້ອມຜົນງານເພງໃໝ່ ກັບຜົນງານເພງ ປະກັນສາເນາະ.

อาจเป็นรูปภาพของ 9 คน และ วัด

ບົດເພງນີ້ສຸດພິເສດ ເຊິ່ງຄຳຮ້ອງ – ທຳນອງ ແລະ ດົນຕີ ກໍຍັງເປັນອາຈານ ວາດ ວາດສິນ ອີກດ້ວຍ ແລະ ເນື້ອໃນໃຈຄວາມຂອງບົດເພງນີ້ ກໍແມ່ນເວົ້າເຖິງຄວາມຮັກຂອງແຟນທີ່ບໍ່ຮູ້ຈັກພໍ ເມື່ອແມ່ຍິງຄົນນີ້ໝົດຄວາມອົດທົນ ກໍຈະຍອມນ້ຳຕາຫຼົ່ນທົນຄວາມອ້າງວ້າງ ເຈັບເທື່ອນີ້ເພື່ອຂໍເປິດທາງ ໃຫ້ອ້າຍໄດ້ຍ່າງກັບຄົນໃໝ່ໂລດອ້າຍ…. ມ່ວນ, ຊຶ້ງກິນໃຈຊໍ່າໃດຕ້ອງໄປຟັງພ້ອມກັນເດີ.

อาจเป็นรูปภาพของ 3 คน, เด็ก และ พื้นหญ้า

ຂ່າວບັນເທີງເອງເຂົ້າໄປຟັງມາແລ້ວ ຮູ້ສຶກວ່າບາດເຈັບກິນໃຈອີ່ຫຼີເອົາເປັນວ່າແຟນໆໄປຫາຟັງໄດ້ແລ້ວທາງຢູທູບ ວາດທະສິນ ວາດ vathasin vath ຫຼື ຢູທູບ ສາວມຸກດາວັນ ສັນຕິພອນ ໄດ້ເລີຍເດີ ຮັບຮອງວ່າບໍ່ຜິດຫວັງກັບນໍ້າສຽງຊົງສະເໜ່ນີ້ຢ່າງແນ່ນອນ.

อาจเป็นรูปภาพของ 1 คน และ น้ำตก