ກາຕາ ປະກາດແຜນການເພີ່ມຈຳນວນການຜະລິດອາຍແກັສທຳມະຊາດ

39

ຂ່າວຊີອາໄອລາຍງານວ່າ: ວັນທີ 25 ກຸມພານີ້ ທ່ານຊາອັດ ອານ ຄາບີ ລັດຖະມົນຕີກະຊວງວຽກງານພະລັງງານກາຕາໄດ້ປະກາດໃນກອງປະຊຸມຖະແຫຼງຂ່າວວ່າ: ແຫຼ່ງຜະລິດອາຍແກັສທຳມະຊາດຢູ່ທາງພາກເໜືອຂອງກາຕາ ຈະສືບຕໍ່ເພີ່ມຈຳນວນການຜະລິດ, ຄາດວ່າ ແຕ່ລະປີຈະເພີ່ມຈຳນວນການຜະລິດອາຍແກັສທຳມະຊາດອີກ 16 ລ້ານໂຕນ ບົນພື້ນຖານປັດຈຸບັນ.

อาจเป็นรูปภาพของ โรงกลั่นน้ำมัน

ທ່ານຊາອັດ ອານ ຄາບີກ່າວຕື່ມວ່າ: ໂຄງການໃໝ່ທີ່ເພີ່ມຈຳນວນການຜະລິດອາຍແກັສທຳມະຊາດ ຈະສ້າງສຳເລັດກ່ອນປີ2030, ຮອດເວລານັ້ນ ຈຳນວນການຜະລິດອາຍແກັສທຳມະຊາດຂອງກາຕາຈະບັນລຸເຖິງ 142 ລ້ານໂຕນຕໍ່ປີ.