ປີນີ້ ຈີນຈະເລີ່ມການກໍ່ສ້າງຫຼາຍກວ່າ 100 ອ່າວທີ່ສວຍງາມ

41

ຕາມຂ່າວຊີອາໄອໃຫ້ຮູ້ວ່າ: ກະຊວງນິເວດ ແລະ ສິ່ງແວດລ້ອມຈີນ ຈະເລີ່ມການເຄື່ອນໄຫວກໍ່ສ້າງອ່າວທີ່ສວຍງາມໃນປີນີ້ ໂດຍຈະຈັດຕັ້ງເຂດຕ່າງໆແຄມທະເລຊຸກຍູ້ການກໍ່ສ້າງຫຼາຍກວ່າ 100 ອ່າວທີ່ສວຍງາມ, ສົ່ງເສີມການປົກປັກຮັກສາ ແລະການຟື້ນຟູລະບົບນິເວດ.

ຄາດວ່າຮອດປີ 2027, ໃນອ່າວ 283 ແຫ່ງຢູ່ທົ່ວປະເທດຈະມີປະມານ 40% ສຳເລັດການສ້າງເປັນອ່າວສວຍງາມທີ່ມີຄວາມກົມກຽວລະຫວ່າງມະນຸດ ແລະ ທະເລໂດຍພື້ນຖານ.

ນັບແຕ່ປີ 2021 ເປັນຕົ້ນມາ ຈີນໄດ້ເລີ່ມດຳເນີນວຽກງານກໍ່ສ້າງອ່າວທີ່ສວຍງາມ, ຂໍ້ມູນຕິດຕາມກວດກາໃໝ່ໄດ້ສະແດງໃຫ້ເຫັນວ່າ: ຄຸນນະພາບນ້ຳ 102 ອ່າວໃນທົ່ວປະເທດແມ່ນດີຂຶ້ນຫຼາຍເມື່ອທຽບໃສ່ປີ 2022.