VietJet Air ຊື້ເຮືອບິນ ແອບັດ 20 ລຳ

35

ບໍລິສັດ ແອບັດ ໄດ້ຂາຍເຮືອບິນ A330neo ຈຳນວນ 20 ລຳ ໃຫ້ VietJet Air.

ວິທະຍຸກະຈ່າຍສຽງແຫ່ງຊາດຫວຽດນາມລາຍງານວ່າ: ວັນທີ 22 ກຸມພາ ໃນງານວາງສະແດງເຮືອບິນ ສິງກະໂປ Singapore Airshow 2024 ຈັດຂຶ້ນແຕ່ວັນທີ 20-25 ກຸມພາ, ບໍລິສັດ VietJet Air ແລະ ກຸ່ມບໍລິສັດຜະລິດເຮືອບິນແອບັດ ໄດ້ເຊັນສັນຍາວ່າດ້ວຍການຮ່ວມມື.

ແອບັດ ໄດ້ຂາຍເຮືອບິນ A330neo ຂະໜາດໃຫຍ່ຈຳນວນ 20 ລຳ ໃຫ້ VietJet Air. ສັນຍາຊື້-ຂາຍນີ້ຕາມການຄາດຄະເນໃນເບື້ອງຕົ້ນ ແມ່ນຈະມີມູນຄ່ານັບຕື້ໂດລາສະຫະລັດ, ເປັນຂີດໝາຍໜຶ່ງໃນບັນດາຂໍ້ຕົກລົງໃຫຍ່ ທີ່ສຸດ ທີ່ສາມາດບັນລຸໄດ້ໃນງານວາງສະແດງເຮືອບິນໃຫຍ່ທີ່ສຸດໃນອາຊີ. ຕະຫຼາດເຮືອບິນຂະໜາດໃຫຍ່ກຳລັງກັບຄືນມາຢ່າງຄຶກຄື້ນ ເມື່ອຄວາມຕ້ອງການໃນການເດີນທາງດ້ວຍເຮືອບິນ ໄດ້ຮັບການຟື້ນຕົວຫຼັງການແຜ່ລະບາດຂອງພະຍາດ ໂຄວິດ-19.

ທ່ານ Christian Scherer ຜູ້ອຳນວຍການຝ່າຍບໍລິຫານ ຂະແໜງທຸລະກິດເຮືອບິນເພື່ອການຄ້າຂອງ ແອບັດ ຢືນຢັນວ່າ ກຸ່ມບໍລິສັດຕີລາຄາສູງຕໍ່ການປະສານສົມທົບກັບ VietJet Air ໃນໄລຍະການພັດທະນາໃໝ່.

ສັນຍາຊື້ຂາຍເຮືອບິນທີ່ຫາກໍ່ໄດ້ເຊັນ ເປັນການສະແດງເຖິງການພັດທະນາຂອງ VietJet ໃນສະພາບການທີ່ສາຍການບິນ ມີແຜນຈະເປີດກວ້າງບັນດາຖ້ຽວບິນສາກົນໄປຍັງ ອົດສະຕຣາລີ, ອິນເດຍ, ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອິນໂດເນເຊຍ ແລະ ໄທ.