ເດືອນມັງກອນປີ 2024 ຈີນໄດ້ດຶງດູດການລົງທຶນຈາກຕ່າງປະເທດໄດ້ 112,71 ຕື້ຢວນ

24

ວັນທີ 23 ກຸມພານີ້, ກະຊວງການຄ້າຈີນ ໄດ້ເປີດເຜີຍຂໍ້ມູນສະຖິຕິວ່າ: ໃນເດືອນມັງກອນ 2024 ທົ່ວປະເທດຈີນ ໄດ້ສ້າງວິສາຫະກິດທີ່ລົງທຶນໂດຍນັກທຸລະກິດຕ່າງປະເທດ 4.588 ແຫ່ງ ເພີ່ມຂຶ້ນ 74,4% ເທື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ຍອດຈຳນວນທຶນຕ່າງປະເທດທີ່ນຳໃຊ້ຕົວຈິງບັນລຸເຖິງ 112,71 ຕື້ຢວນ ຫຼຸດລົງ 11,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023 ແລະເພີ່ມຂຶ້ນ 20,4% ເມື່ອທຽບໃສ່ເດືອນທັນວາປີ 2023.

อาจเป็นรูปภาพของ วิกตอเรียพีค, ตึกระฟ้า และ ตึก CN Tower

ໃນນີ້ ຍອດຈຳນວນທຶນຕ່າງປະເທດທີ່ນຳໃຊ້ຕົວຈິງໃນຂະແໜງການຜະລິດ ຢືນຢູ່ອັນດັບ1 ບັນລຸເຖິງ 33,11 ຕື້ຢວນ ເພີ່ມຂຶ້ນ 20,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

ສຳລັບປະເທດທີ່ເຂົ້າມາລົງທຶນຫຼາຍທີ່ສຸດ ແມ່ນປະເທດຝຣັ່ງ ແລະຊູແອດ ເຊິ່ງເພີ່ມຂຶ້ນ 25 ເທົ່າແລະ 11 ເທົ່າ. ສ່ວນການລົງທຶນຈາກປະເທດເຢຍລະມັນ, ອົດສະຕຣາລີ ແລະສິງກະໂປ ພີ່ມຂຶ້ນ 211,8%, 186,1% ແລະ77,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.