ເຈັບປວດກວ່າຄວາມຕາຍ ກໍຄືການເຫັນຄົນທີ່ເຮົາຮັກສຸດຫົວໃຈ ປັນໃຈໃຫ້ຄົນອື່ນ “ ບາບຮັກ ”

78

ພຽງໄດ້ເຫັນການປ່ອຍພາບອອກມາກໍຂົນລຸກໄປຕາມໆກັນແລ້ວ ຮູ້ສຶກເຈັບປວດແບບບອກບໍ່ຖືກ ເປັນອີກໜຶ່ງຜົນງານທີ່ຄອງຄອຍ ຂອງບັນດາແຟນໆແບບໃຈຈົດໃຈຈໍ່ ກັບຜົນງານເພງໃໝ່ ເພງດ່ຽວອັນດັບທຳອິດຂອງສາວ ນ້ຳຝົນ ສາວງາມນ້ຳສຽງຊົງພະລັງ ທີ່ຈະປ່ອຍອອກມາໃຫ້ແຟນໆໄດ້ຊື່ນຊົມກັນໃນໄວໆນີ້ ເນື້ອຫາກິນໃຈເຊື່ອວ່າໃຜກໍຕ້ອງເຄີຍພົບກັບເຫດການແບບນີ້ ເຊິ່ງມັນເຈັບປວດກວ່າຄວາມຕາຍ ກໍຄືການເຫັນຄົນທີ່ເຮົາຮັກສຸດຫົວໃຈປັນໃຈໃຫ້ຄົນອື່ນ “ ບາບຮັກ ”.

อาจเป็นรูปภาพของ 2 คน

ງານນີ້ທີ່ປັງ ແລະ ເລີດສຸດໆ ເພາະຍັງໄດ້ຮ່ວມງານກັບນາຍແບບສຸດຫຼໍ່ ນ້ອງ ແຊມ ສິດປະເສີດ ສີອິນທະວົງ ງານນີ້ບອກເລີຍວ່າເປັນການຮ່ວມງານກັນເປັນຄັ້ງທຳອິດ ຂອງທັງສອງຄົນ ແຕ່ຫຼັງຈາກປ່ອຍພາບເບື້ອງຫຼັງເອັມວີອອກມາແມ່ນຂົນລຸກກັນແລ້ວມີຄວາມໜ້າຄົ້ນຫາສຸດໆ ເອົາເປັນວ່າມາລໍຖ້າຊົມຜົນງານຂອງທັງສອງກັນເດີແຟນໆ.

อาจเป็นรูปภาพของ 1 คน

ທາງເຈົ້າຂອງຜົນງານ ນ້ຳຝົນ ແກ້ວມະນີ ກໍໄດ້ມີການປ່ອຍພາບພ້ອມກັບແຄັບຊັນປະມານວ່າ: “ ສິ່ງທີ່ເຈົ້າເຫັນ ມັນອາດບໍ່ໄດ້ເປັນດັ່ງທີ່ໃຈເຈົ້າຄິດສະເໝີໄປ ແລະ ທ້າຍທີ່ສຸດແລ້ວ ຄວາມຄິດມັນໄດ້ເຮັດໃຫ້ກາຍເປັນ … ບາບຮັກ ຈົ່ງໃຊ້ຊີວິດໃນທຸກໆມື້ຢ່າງມີສະຕິເທົ່າທັນອາລົມ ແລ້ວໂລກພາຍໃນຂອງເຈົ້າຈະບັງເກີດຄວາມສຸກ ຢ່າງແທ້ຈິງ #MVບາບຮັກ #ໄວໄວນີ້”.

อาจเป็นรูปภาพของ 3 คน, มีดบารอง, เสื้อโค้ทเบลเซอร์, สูทออกงาน, งานแต่งงาน และ ข้อความ

ບອກເລີຍເພງນີ້ໜ້າຕິດຕາມ ເພາະວ່າປັງສຸດໆໄປເລີຍ ເພາະນັກຮ້ອງຍິງສຽງຊົງພະລັງຄົນນີ້ ເຊິ່ງເພງບາບຮັກ ແມ່ນແຕ່ງໂດຍ ສຸລັດ ທຳມະວົງ ດົນຕີ ອາລຸນຍາເດດ ລາດສະໂຫດີ ຖ່າຍທຳ ວັນ ພັນທະລາ ສະຖານທີ່ຖ່າຍທຳ Na khone ນະຄອນ producti no ເສື້ອຜ້າ SaNe ສະແດງໂດຍ ນ້ອງ ກຸກ ມິຖຸນາ ຮອງອັນດັບ2 Miss laos, ນ້ອງ ແຊັມ ສິນທະວົງ ເຊິ່ງແຕ່ລະຝ່າຍແມ່ນເຕັມປ່ຽມໄປດ້ວຍຄຸນນະພາບທັງນັ້ນເລີຍ.

อาจเป็นรูปภาพของ 3 คน

ອ່ານມາຮອດນີ້ເຊື່ອວ່າແຟນໆຂ່າວບັນເທີງຕ້ອງຢາກຟັງກັນຢ່າງແນ່ນອນ ສາມາດໄປຕິດຕາມຜົນງານການເຄື່ອນໄຫວກັນເລີຍໄດ້ທີ່ເຟສ ບຸ໊ກ Nafon cassette ໄດ້ເລີຍ.