ວິນຟາດ ກໍ່ສ້າງໂຮງງານຢູ່ ອິນເດຍ ມີສະມັດຖະພາບຜະລິດລົດໄຟຟ້າ 150.000 ຄັນຕໍ່ປີ

52

ວິທະຍຸກະຈ່າຍສຽງແຫ່ງຊາດຫວຽດນາມລາຍງານວ່າ: ບໍລິສັດ ວິນຟາດ VinFast Auto ບໍລິສັດຜະລິດລົດສັນຊາດຫວຽດນາມ ຈະຈັດພິທີວາງສີລາລືກການກໍ່ສ້າງໂຮງງານຜະລິດລົດໄຟຟ້າຢູ່ນະຄອນ Thoothu kudi ລັດ Tamil Nadu ອິນເດຍ ໃນ ທີ 25 ກຸມພາ, ດ້ວຍມູນຄ່າການລົງທຶນໃນເບື້ອງຕົ້ນແມ່ນ 500 ລ້ານໂດລາສະຫະລັດ, ມີສະມັດຕະພາບໃນການຜະລິດລົດໄຟຟ້າ 150.000 ຄັນຕໍ່ປີ.

ເຫດການດັ່ງກ່າວໄດ້ສ້າງບາດກ້າວເດີນສຳຄັນໃນການພົວພັນຮ່ວມມືຍຸດທະສາດລະຫວ່າງ VinFast ແລະ ອຳນາດການປົກຄອງລັດ Tamil Nadu, ມຸ່ງໄປເຖິງເປົ້າໝາຍລວມ ຊຸກຍູ້ການພັດທະນາຄົມມະນາຄົມສີຂຽວ ຢູ່ ອິນເດຍ ແລະ ພາກພື້ນ.

ການຮ່ວມມືຍຸດທະສາດລະຫວ່າງ Vinfast ແລະ ອຳນາດການປົກຄອງ ລັດ Tamil Nadu ໄດ້ສ້າງຕັ້ງຂຶ້ນພາຍຫຼັງພິທີລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມື (MoU) ໃນວັນທີ 6 ມັງກອນ. ນີ້ແມ່ນຂີດໝາຍສຳຄັນໃນວິວັດທະນາການເປີດກວ້າງທົ່ວໂລກຂອງ VinFast, ສ້າງຂີດໝາຍແກ່ບາດກ້າວເດີນຂອງບໍລິສັດເຂົ້າໃນຕະຫຼາດລົດໄຟຟ້າທີ່ມີກຳລັງບົ່ມຊ້ອນແຖວໜ້າໂລກ.

ໂຄງການກໍ່ສ້າງໂຮງງານຜະລິດລົດໄຟຟ້າຂອງ VinFast ຢູ່ Tamil Nadu ເມື່ອໄດ້ນຳເຂົ້າໃຊ້ການຢ່າງເປັນທາງການແລ້ວ ຈະສ້າງວຽກເຮັດງານທຳໃຫ້ແຮງງານທ້ອງຖິ່ນ ປະມານ 3.000 ຫາ3.500 ຄົນ. ໂຮງງານດັ່ງກ່າວ ບໍ່ພຽງແຕ່ຕອບສະໜອງບັນດາເປົ້າໝາຍພັດທະນາຢູ່ຕະຫຼາດ ອິນເດຍ ເທົ່ານັ້ນ ຫາກຍັງຮັບໃຊ້ເປົ້າໝາຍການສົ່ງອອກໄປຍັງບັນດາປະເທດ ອາຊີໃຕ້, ຕາເວັນອອກກາງ ແລະ ອາຟຣິກາ ອີກດ້ວຍ.