ເປີດກອງປະຊຸມລັດຖະມົນຕີການຕ່າງປະເທດຂອງກຸ່ມ G20

28

ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດຂອງກຸ່ມ 20 ປະເທດຫຼື G20 ໄດ້ຈັດຂຶ້ນຢູ່ນະຄອນຣີໂອເດີ ຈາເນໂຣຂອງບຣາຊິນ ໃນວັນທີ 21 ກຸມພາ.

ໃນກອງປະຊຸມທີ່ດຳເນີນເປັນເວລາ 2 ວັນຄັ້ງນີ້, ວິກິດການສາກົນທີ່ໄດ້ເກີດຂຶ້ນຍ້ອນການປະທະກັນເປັນຈຸດສຸມໃນປັດຈຸບັນນີ້ແລະການປະຕິຮູບດ້ານການຄຸ້ມຄອງໂລກແມ່ນຫົວຂໍ້ປຶກສາຫາລືທີ່ສຳຄັນທີ່ສຸດໃນການປຶກສາຫາລືລະ ຫວ່າງຝ່າຍຕ່າງໆທີ່ເຂົ້າຮ່ວມກອງປະຊຸມ.

อาจเป็นรูปภาพของ 1 คน และ ข้อความพูดว่า "UNITING AND REBUILDING Rio PREFEITURAO G20) 2024 SIL WORLD JUSTAINABLE PLANET FOVERNMENT SIL REBUILDING G20 BRASIL 20 BUILDING JUST WORLD AND SUSTAINABLE PLAN G20) BRASIL 2024 BUILDING WORLD AND SUSTAINABLE PLANET BRAZILIAN GOVERNMENT BRASI! UNITING AND REBUILDING 2024 WORLD EPLANET"

ກອງປະຊຸມໄດ້ຜ່ານຂໍ້ຕົກລົງທີ່ຈະຈັດກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດຂອງກຸ່ມ G20 ຄັ້ງທີ 2ໃນສົກປີນີ້ທີ່ນະຄອນນິວຢອກຂອງອາເມຣິກາໃນເວລາຈັດກອງປະຊຸມໃຫຍ່ຂອງອົງການສະຫະປະຊາຊາດໃນເດືອນກັນຍາປີ 2024. ບຣາຊິນຫວັງວ່າການຈັດຕັ້ງປະຕິບັດນີ້ຈະເພີ່ມທະວີການປຶກສາຫາລືແລະການຮ່ວມມືລະຫວ່າງອົງການສະຫະປະຊາຊາດແລະG20, ແລະຈະຊຸກຍູ້ການປະຕິຮູບດ້ານການຄຸ້ມຄອງທົ່ວໂລກຢ່າງແຂງແຮງ.

ຕາມວາລະປະຊຸມ, ໃນວັນທີ 21 ກຸມພາ, ຜູ້ຕາງໜ້າຂອງແຕ່ລະປະເທດໄດ້ແລກປ່ຽນຄວາມເຫັນກ່ຽວກັບບັນຫາການປະທະກັນເປັນຈຸດສຸມສາກົນໃນປັດຈຸບັນນີ້; ວັນທີ 22 ກຸມພາ, ກອງປະຊຸມ ໄດ້ສາຫາລືກ່ຽວກັບຫົວຂໍ້ການປະຕິຮູບດ້ານການຄຸ້ມຄອງທົ່ວໂລກເພື່ອຮັບມືກັບວິກິດການສາກົນປັດຈຸບັນນີ້ທີ່ສະເໜີໂດຍບຣາຊິນ.

ນອກນີ້, ກອງປະຊຸມຄັ້ງນີ້ຍັງຈະປຶກສາຫາລືກ່ຽວກັບການບຳບັດຄວາມທຸກຍາກ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການອະນຸລັກສິ່ງແວດລ້ອມແລະຫົວຂໍ້ອື່ນໆ.