ໂອ້ຍເຫັນແລ້ວປື້ມຈິດປື້ມໃຈແຮງ ເມື່ອໜຸ່ມໂຕໂຕ້ ກຽດຕິສັກ ໂຊຜົນງານການສະແດງຮ້ອງເພງ ໃນເທສະການ Nonsan Strawberry Festival 2024 ທີ່ຈັດຂຶ້ນໃນວັນທີ 18 ກຸມພາຜ່ານມານີ້ ທີ່ສະຫຍາມພາຣາກອນ ກຸງເທບ ປະເທດໄທ ເຊິ່ງໃນງານ ໂຕໂຕ້ ໄດ້ຮ້ອງເພງເປັນໂຊດ່ຽວດ້ວຍເພງດັງ Flowers ຂອງ Miley Cyrus ອີກດ້ວຍ! ບອກເລີຍເມື່ອໄດ້ຟັງ ແລະ ເບິ່ງໃບໜ້າອັນສຸດຫຼໍ່ຂອງໜຸ່ມຄົນນີ້ມີໃຈລະລາຍຢ່າງແນ່ນອນ.
ສໍາລັບງານເທສະການ Nonsan Strawberry Festival 2024 ເປັນເທສະການສະຕໍເບີຣີທີ່ໃຫຍ່ທີ່ສຸດໃນເກົາຫຼີໃຕ້ ແລະ ກໍໄດ້ມາຈັດທີ່ປະເທດໄທໃນປີນີ້, ແລ້ວທີ່ສໍາຄັນໄປກວ່ານັ້ນ ໜຸ່ມໂຕໂຕ້ ກໍໄດ້ຮັບໂອກາດໄປໂຊກັບຄ້າຍ MFLOW Entertainment ແລະ ບໍ່ພໍເທົ່ານັ້ນຂ່າວດີອີກຢ່າງແມ່ນໃນປີ 2024 ໂຕໂຕ້ຈະມີຜົນງານອອກມາໃຫ້ແຟນໆໄດ້ຮັບຊົມກັນຕື່ມອີກ, ເຮົາມາຖ້າຕິດຕາມໄປນຳກັນເດີທຸກຄົນ!.
ໜຸ່ມຄົນນີ້ຖືວ່າຄິວແໜ້ນງານປັງອີ່ຫຼີ ເພາະເມື່ອຕົ້ນປີກໍມີຂ່າວຮືຮາ ເມື່ອງານເຂົ້າໄດ້ມີພິທີເຊັນສັນຍາ ແລະ ເປີດຕົວ Brand Ambassador ປະຈຳບໍລິສັດ ວຽງນະຄອນ ຈຳກັດຜູ້ດຽວ ແລະ ນ້ອງໂຕໂຕ້ເອງ ທີ່ໄດ້ເປັນ Brand Ambassador ໃຫ້ກັບທາງບໍລິສັດ ວຽງນະຄອນ ຈໍາກັດຜູ້ດຽວ ແລະ ຍັງມີງານອື່ນໆອີກຢ່າງຫຼວງຫຼາຍຈາກທັງສອງຝັ່ງວົງການບັນເທີງລາວ – ໄທນໍາອີກ.
ທີ່ສຸດປັງບໍ່ຢຸດກໍຄື! ໂຕໂຕ້ ກຽດຕິສັກ ເຊັນສັນຍາໄດ້ເປັນ ສິລະປິນ, ນັກສະແດງ ເຕັມຕົວທີ່ປະເທດໄທ ສັງກັດ Mflow entertainment ແລະ ເປັນຄົນລາວຄົນທຳອິດ ໃນຄ້າຍ ເຊິ່ງໄວໆນີ້ແມ່ນຈະມີງານຊີຣີຕ່າງໆມາໃຫ້ໄດ້ຊົມກັນອີກດ້ວຍ.
ມື້ນີ້ຂ່າວບັນເທີງພາທຸກຄົນມາທໍາຄວາມຮູ້ຈັກໜຸ່ມຄົນນີ້ໃຫ້ຫຼາຍຂຶ້ນ ສໍາລັບ ກຽດຕິສັກ ສີສູນທອນ ຫຼື ໂຕໂຕ້ ປັດຈຸບັນ ອາຍຸ 25 ປີ ຈົບການສຶກສາຈາກວິທະຍາໄລຄອມເຊັນເຕີ ສາຂາບໍລິຫານທຸລະກິດ ຕອນນີ້ແມ່ນເປັນພະນັກງານຈຸຫ້ອງໂດຍສານ ( ບ່າວອາກາດ ) ຮຸ່ນທີ 14 ກໍຄືຮຸ່ນຫຼ້າສຸດຂອງສາຍການບິນລາວ. ຍ້ອນລຸກທີ່ດູດີ ບວກກັບການສະແຫວງຫາປະສົບການ ໃໝ່ໃນຫຼາຍດ້ານ ຈຶ່ງເຮັດໃຫ້ໂຕໂຕ້ ໄດ້ມີໂອກາດໄດ້ເດີນແບບ, ຮ້ອງເພງ, ຖ່າຍຣີວິວ ແລະ ເປັນພຣີເຊັນເຕີທັງແບຣນຕ່າງໆ.
ງານນີ້ຂ່າວບັນເທີງບອກວ່າຄວາມຫຼໍ່ໜ້າຮັກທະລຸຈໍປານໃດ ເບິ່ງຈາກຄົນຕິດຕາມ ແລະ ຍອດກົດໄລຄ໌ແລ້ວ ຮູ້ເລີຍວ່າຖານແຟນຄລັບບໍ່ທໍາມະດາ ຕອນນີ້ມີຄົນຕິດຕາມ TikTok ທະລຸຫຼັກລ້ານກວ່າຄົນແລ້ວ ເປີດວ໊າບໃຫ້ເລີຍສຳລັບຊ່ອງທາງການຕິດຕາມ ໂຕໂຕ້ Facebook: Toto Kiettisack ນັ້ນເອງ.