3 ລຸກຈາກສາມແບຣນເສື້ອຜ້າແຖວໜ້າ ສວມໃສ່ໂດຍສອງສາວສຸດເລີດ

41

ງານນີ້ຂ່າວບັນເທີງບອກເລີຍງາມສຸດເລີດສຸດ ເຫັນແລ້ວຕ້ອງຮ້ອງວ້າວໄປຕາມໆກັນ ພາມາສ່ອງຜົນງານເລີດສຸດໆໃນການຖ່າຍແບບຂອງຫ້ອງເສື້ອ ທະເວດ Thaveth, ມະນີວອນ Manivone ແລະ ຄຳປູນ Khampoun ກັບຜົນງານ Collection ໃໝ່ ທີ່ເຜີຍໂສມຄວາມເປັນແຟຊັນນໍາສະໄໝໃຫ້ໄດ້ຊົມກັນ.

อาจเป็นรูปภาพของ 2 คน

ເພາະດ້ວຍກະແສຕອບຮັບດີເກີນຄາດຂອງທັງສາມຫ້ອງເສື້ອ ທີ່ໄດ້ຮ່ວມໂຊໃນງານ Z FASHIOH SHOW 2024 ທີ່ຜ່ານມານີ້ ຈົນໄດ້ເລືອກເຟັ້ນ ຊຸດຟິນາເລ້ຂອງທັງສາມແບບອອກມາຮ່ວມຖ່າຍແບບໃນຄັ້ງນີ້ ໃຫ້ໄດ້ຊົມກັນ ເອີ້ນໄດ້ວ່າເປັນອີກໜຶ່ງຜົນງານຈາກທັງສາມຫ້ອງເສື້ອທີ່ເປັນໜ້າຕິດຕາມທີ່ສຸດໃນຕອນນີ້ ຫຼັງຈາກທີ່ຜົນງານໄດ້ເຜີຍແຜ່ສູ່ສາຍຕາສັງຄົມໄປກໍໄດ້ຮັບກະແສຕອບຮັບເປັນຢ່າງດີເລີຍ.

ຍັງບໍ່ພໍເທົ່ານັ້ນທີ່ພິເສດສຸດໆກໍຄື ໄດ້ນາງແບບສອງສາວງາມມາເປັນຜູ້ສວມໃສ່ຊຸດຈາກທັງສາມແບຣນບອກເລີຍຍິ່ງພິສດຂຶ້ນຕື່ມ ໄດ້ເອື້ອຍນ້ອງສຸດໜ້າຮັກ ນ້ອງລີຊີ່ແຊັດ ຫຼື ອາລິດສະເບດ ໂຟກາດ ແລະ ນ້ອງ ອາລີເຊຍ ໂຟກາດ ນາງແບບສາວງາມລູກເຄິ່ງທີ່ເດີນທາງມາຈາກປະເທດຝຣັ່ງ ມາຮ່ວມງານໃນຄັ້ງນີ້ ບອກເລີຍວ່າເປັນງານທີ່ປັງທີ່ເລີດທີ່ສຸດ ເຂົ້າກັບທຸກລຸກທຸກແບຣນແບບລົງຕົວໄຮ້ທີ່ຕິ.

อาจเป็นรูปภาพของ 2 คน

ນ້ອງທັງສອງກໍຖ່າຍທອດອອກມາໄດ້ສວຍງາມແບບຈຶ້ງໃຈສຸດໆໄປເລີຍ ງານນີ້ຂ່າວບັນເທີງເອງຝາກຕິດຕາມຜົນງານການເຄື່ອນໄຫວຂອງນ້ອງໆໃນທຸກວົງການແດ່ເດີ ບໍ່ວ່າຈະເປັນຜົນງານການເດີນແບບ, ຖ່າຍແບບ ຫຼື ຜົນງານເພງແບບນີ້ຊ່ວຍກັນສະໜັບສະໜູນນ້ອງໆດາລາລາວໄວໜຸ່ມຫຼາກຫຼາຍຄວາມສາມາດໄປນໍາກັນ. ສາມາດຕິດຕາມໄດ້ເລີຍທີ່: Lizzyz Laoໄດ້ເລີຍ.