ເປີດວາງສະແດງການບິນສິງກະໂປ ຈີນນຳຍົນ C919 ແລະ ARJ21 ເຂົ້າຮ່ວມງານ

34

ຂ່າວຊີອາໄອລ າຍງານວ່າ: ງານວາງສະແດງການບິນສິງກະໂປ ໄດ້ເປີດຂຶ້ນໃນວັນທີ 20 ກຸມພານີ້ ໂດຍມີຍົນ C919 ສອງລຳ ແລະ ຍົນ ARJ21 ສາມລຳ ທີ່ຈີນຜະລິດ ໄດ້ເຂົ້າຮ່ວມງານວາງສະແດງດັ່ງກ່າວເປັນຄັ້ງທຳອິດ.

อาจเป็นรูปภาพของ อากาศยาน และ ข้อความ

ຍົນໂດຍສານຂະໜາດ ໃຫຍ່ C919 ສາມາດບັນຈຸຜູ້ໂດຍສານໄດ້ 158 – 192 ຄົນ ແລະ ບິນໄດ້ 4.075 – 5.555 ກິໂລແມັດ. ວັນທີ 28 ພຶດສະພາ ປີ 2023 ຍົນໂດຍສານ C919 ໄດ້ສຳເລັດການບິນການຄ້າຄັ້ງທຳອິດຂອງຕົນຢ່າງສຳເລັດຜົນ, ມາຮອດປັດຈຸບັນ ໄດ້ຂາຍ 4 ລຳແລະ ມອບໃຫ້ຝ່າຍຈັດຊື້ແລ້ວ ໂດຍໄດ້ຂົນສົ່ງຜູ້ໂດຍສານຫຼາຍກວ່າ 110.000 ເທື່ອຄົນ ຢ່າງປອດໄພ.

ສ່ວນເຮືອບິນໂດຍສານລະບົບ ARJ21 ສາມາດບັນຈຸຜູ້ໂດຍສານໄດ້ 78 – 97 ຄົນ ແລະ ບິນໄດ້ 2.225 – 3.700 ກິໂລແມັດ. ນັບຕັ້ງແຕ່ໄດ້ເລີ່ມເປີດນຳໃຊ້ໃນເດືອນມິຖຸນາປີ 2016 ເປັນຕົ້ນມາ, ທັງໝົດໄດ້ຂາຍ ແລະ ມອບ 127 ລຳ ໃຫ້ຝ່າຍຈັດຊື້ແລ້ວ ແລະ ໄດ້ຂົນສົ່ງຜູ້ໂດຍສານ 11 ລ້ານກວ່າເທື່ອຄົນ ຢ່າງປອດໄພ.