ນັກວິເຄາະ ຄາດເຟດອາດຂຶ້ນດອກເບ້ຍຫຼາຍກວ່າຫຼຸດ

31

ປະທານເຟດ ບໍ່ໝັ້ນໃຈວ່າເງິນເຟີ້ຂອງສະຫະລັດອາເມຣິກາ ຢູ່ໃນທິດທາງທີ່ເຮັດໃຫ້ເຟດຕັດສິນໃຈປັບຫຼຸດອັດຕາດອກເບ້ຍໃນກອງປະຊຸມນະໂຍບາຍການເງິນເດືອນມີນາ.

ສຳນັກຂ່າວຕ່າງປະເທດລາຍງານວ່າ: ນັກລົງທຶນກຳລັງຄາດເດົາເຖິງການປະຊຸມຄັ້ງຕໍ່ໄປ ໃນວັນທີ 19 – 20 ມີນາ ເຖິງທ່າທີຂອງທະນາຄານກາງສະຫະລັດອາເມຣິກາ ຫຼື ເຟດ ອາດມີການປັບຂຶ້ນອັດຕາດອກເບ້ຍຫຼາຍກວ່າການຫຼຸດ.

ไม่มีคำอธิบายรูปภาพ

ໃນກອງປະຊຸມຄະນະກຳມະການ FOMC ຂອງເຟດ ເມື່ອວັນທີ 31 ມັງກອນ ມີມະຕິເປັນເອກະສັນໃຫ້ຄົງອັດຕາດອກເບ້ຍໄລຍະສັ້ນທີ່ລະດັບ 5,25 ຫາ 5,50% ເຊິ່ງເປັນການຄົງອັດຕາດອກເບ້ຍຕິດຕໍ່ກັນເປັນຄັ້ງທີ 4.

ທ່ານ ເຈີໂຣມ ພາວເວລ ປະທານເຟດ ກ່າວວ່າ: ຄະນະກຳມະການເຊື່ອໝັ້ນວ່າ ເປັນເລື່ອງເໝາະສົມທີ່ຈະປັບຫຼຸດອັດຕາດອກເບ້ຍ ເມື່ອມີຂໍ້ມູນຢັ້ງຢືນວ່າເງິນເຟີ້ຢູ່ໃນລະດັບທີ່ສາມາດຄວບຄຸມໄດ້ແລ້ວ ແຕ່ເມື່ອພິຈາລະນາຈາກການປະຊຸມໃນຄັ້ງນີ້ ຂ້ອຍບໍ່ຄິດວ່າຄະນະກຳມະການຈະມີຄວາມເຊື່ອໝັ້ນໃນເລື່ອງນີ້ໄດ້ ພາຍໃນຊ່ວງເວລາທີ່ເຟດຈະຈັດປະຊຸມນະໂຍບາຍການເງິນໃນເດືອນມີນາ ເຊິ່ງໝາຍຄວາມວ່າພວກເຮົາບໍ່ອາດໝັ້ນໃຈໄດ້ວ່າການປັບຫຼຸດອັດຕາດອກເບ້ຍຈະເກີດຂຶ້ນໃນເດືອນມີນາ.

ທ່ານກ່າວຕື່ມອີກວ່າ: ອັດຕາດອກເບ້ຍຂອງເຟດຢູ່ໃນລະດັບສູງສຸດແລ້ວ ແລະ ດອກເບ້ຍອາດປັບລົງໃນໄລຍະຫຼາຍເດືອນຂ້າງໜ້າ ເມື່ອພິຈາລະນາທ່າອ່ຽງທີ່ວ່າອັດຕາເງິນເຟີ້ຈະຊະລໍຕົວລົງຢ່າງຕໍ່ເນື່ອງ ແລະ ຄາດການວ່າອັດຕາເຕີບໂຕຂອງການຈ້າງງານ ແລະ ເສດຖະກິດຈະມີຄວາມເຂັ້ມແຂງ ແຕ່ທັງໝົດນັ້ນກໍຂຶ້ນຢູ່ກັບຂໍ້ມູນ.