ທະນາຄານກາງຈີນ ເພີ່ມເງິນເຂົ້າລະບົບ 500 ຕື້ຢວນ ພ້ອມຮັກສາອັດຕາດອກເບ້ຍເງິນກູ້ ທີ່ 2,5%

41

ສຳນັກຂ່າວຕ່າງປະເທດ ລາຍງານວ່າ: ທະນາຄານກາງຈີນ ( PBOC ) ມີມະຕິ ຮັກສາອັດຕາດອກເບ້ຍເງິນກູ້ໄລຍະກາງ ( MLF ) ໄລຍະ1 ປີ ໄວ້ລະດັບ 2,5% ພ້ອມທັງເພີ່ມເງິນເຂົ້າລະບົບ 500 ຕື້ຢວນ ເພື່ອກະຕຸ້ນເສດຖະກິດ.

ທະນາຄານກາງຈີນ ໄດ້ປະກາດຮັກສາອັດຕາດອກເບ້ຍເງິນກູ້ໄລຍະກາງທີ່ລະດັບ 2,5% ເທົ່າເດີມ ເຖິງວ່າຈະມີແຮງກົດດັນ ແລະ ຄາດການມາຫຼາຍອາທິດຈາກນັກວິເຄາະວ່າຈີນ ອາດຕ້ອງຫຼຸດອັດຕາດອກເບ້ຍ ເພື່ອໃຊ້ນະໂຍບາຍການເງິນເຊີງຜ່ອນຄາຍຫຼາຍຂຶ້ນ ເພື່ອກະຕຸ້ນເສດຖະກິດໃຫ້ຫຼາຍກວ່ານີ້.

อาจเป็นรูปภาพของ อาคาร

ຢ່າງໃດກໍຕາມ, ຄວາມບໍ່ແນ່ນອນ ກ່ຽວກັບຂອບເວລາໃນການຜ່ອນຜັນອັດຕາດອກເບ້ຍຂອງທະນາຄານກາງສະຫະລັດອາເມຣິກາ ຫຼື ເຟດ ໄດ້ຈຳກັດການດຳເນີນ ນະໂຍບາຍການເງິນຂອງ ສປ ຈີນ.

ນັກວິເຄາະດ້ານສິນເຊື່ອ ແລະ ອັດຕາດອກເບ້ຍຂອງທະນາຄານ ດີບີເອັສ ກ່າວກັບສຳນັກຂ່າວຕ່າງປະເທດວ່າ: ການຮັກສາອັດຕາດອກເບ້ຍເງິນກູ້ໄລຍະກາງ ເປັນເພາະທະນາຄານກາງຈີນຕ້ອງການປະຄອງຄ່າເງິນຢວນ ແລະ ຈຳກັດສ່ວນຕ່າງກັບເງິນໂດລາສະຫະລັດບໍ່ໃຫ້ຫຼາຍເກີນໄປ.