ເສດຖະກິດສິງກະໂປ ຂະຫຍາຍຕົວໜ້ອຍກວ່າເປົ້າໝາຍ

28

ຂ່າວຕ່າງປະເທດລາຍງານວ່າ: ກະຊວງການຄ້າຂອງສິງກະໂປ ໄດ້ອອກຖະແຫຼງການໂດຍລະບຸວ່າ: ເສດຖະກິດຂອງປະເທດຂະຫຍາຍຕົວ 1,1% ໃນປີຜ່ານມາ ເຖິງແມ່ນວ່າເປັນປີທີ 3 ຕິດຕໍ່ກັນ ເຊິ່ງເສດຖະກິດຂອງສິງກະໂປ ຂະຫຍາຍຕົວນັບຕັ້ງແຕ່ປະເຊີນກັບພາວະຖົດຖອຍຈາກການແຜ່ລະບາດຂອງພະຍາດໂຄວິດ – 19 ໃນປີ 2020 ແຕ່ຍັງຄົງຕ່ຳກວ່າເປົ້າໝາຍຂອງລັດຖະບານ ກຳນົດໄວ້ 1,2%.

ຂະນະດຽວກັນ, ອັດຕາການຂະຫຍາຍຕົວທາງດ້ານເສດຖະກິດຂອງສິງກະໂປ ໃນປີຜ່ານມາຍັງຕ່ຳກວ່າສະຖິຕິຂອງປີ 2022 ເຊິ່ງຢູ່ທີ່ 3,8% ແລະ ສະຖິຕິຂອງປີ 2021 ສູງເຖິງ 8,9%.

ສຳລັບທ່າອ່ຽງການຂະຫຍາຍຕົວທາງດ້ານເສດຖະກິດຂອງປະເທດໃນປີນີ້ ລັດຖະບານສິງກະໂປ ກຳນົດເປົ້າໝາຍໄວ້ລະຫວ່າງ 1% – 3%.