ສະໜາມກີລາ ແຂວງສາລະວັນ ຮອງຮັບພິທີເປີດ-ປິດງານກີລານັກຮຽນມັດທະຍົມສຶກສາ ຄາດຈະສ້າງສໍາເລັດເດືອນສິງຫານີ້

59

ການກໍ່ສ້າງສະໜາມກີລາບານເຕະ ແຂວງສາລະວັນ ທີ່ຈະໃຊ້ໃນການຈັດງານມະຫາກໍາກີລາ ນັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນ ລະຫວ່າງວັນທີ 13-22 ທັນວາ 2024 ໂດຍສະເພາະຈະຮອງຮັບເຂົ້າໃນການນຳໃຊ້ພິທີເປີດ-ປິດງານກີລາດັ່ງກ່າວ ໂດຍການຮັບເໝົາກໍ່ສ້າງໂດຍບໍລິສັດ ອິນທະສິດ ກໍ່ສ້າງ ຄາດວ່າຈະກໍ່ສ້າງສຳເລັດສົມບູນແບບແລ້ວກ່ອນງານຈະເລີ່ມ ໃນເດືອນສິງຫາ 2024

ເມື່ອບໍ່ດົນມານີ້ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ທັງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ທ່ານ ປອ. ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ ແລະ, ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້ແຂວງສາລະວັນ ແລະ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ພ້ອມດ້ວຍບັນດາຫົວໜ້າ-ຮອງຫົວໜ້າກົມ ທີ່ກ່ຽວຂ້ອງ, ຫົວໜ້າ-ຮອງຫົວໜ້າພະແນກການ, ຄະນະຮັບຜິດຊອບຈັດງານດັ່ງກ່າວໄດ້ລົງຕິດຕາມໂຄງການກໍ່ສ້າງສະໜາມກີລາແຂວງສາລະວັນ ເພື່ອກຽມນຳໃຊ້ເຂົ້າໃນພິທີເປີດ-ປິດງານກີລາດັ່ງກ່າວ.

ໂອກາດດັ່ງກ່າວ, ທ່ານ ອາກັງ ຈຸຈິກັງ ປະທານບໍລິສັດ ອິນທະສິດ ກໍ່ສ້າງ ໃຫ້ສຳພາດວ່າ: ໂຄງການກໍ່ສ້າງແຫ່ງນີ້ມີເນື້ອທີ່ທັງໝົດ 7 ເຮັກຕ້າປາຍ ບໍລິສັດ ອິນທະສິດ ກໍ່ສ້າງ ໄດ້ຮັບເໝົາທັງໝົດ 3 ໂຄງການ ກໍຄື ກໍ່ສ້າງສະໜາມກີລາແຂວງ, ກໍ່ສ້າງອັດສະຈັນບ່ອນຊົມ-ເຊຍ ແລະ ກໍ່ສ້າງຫ້ອງນໍ້າ ຊຶ່ງໄດ້ເລີ່ມລົງມືກໍ່ສ້າງມາແຕ່ປີ 2017 ແຕ່ຍ້ອນພົບກັບບັນຫາຄວາມຫຍຸ້ງຍາກທາງດ້ານການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຈຶ່ງໄດ້ໂຄງການໄປກ່ອນ ແລະ ທາງລັດຖະບານ ກໍຄື ຄະນະນຳແຂວງສາລະວັນ ໃຫ້ສືບຕໍ່ກໍ່ສ້າງ 3 ໂຄງການດັ່ງກ່າວ ເລີ່ມລົງມືກໍ່ສ້າງມາແຕ່ເດືອນພະຈິກ ປີ 2023 ເປັນຕົ້ນມາ ໂດຍອີງໃສ່ຕາມແຜນດຳເນີນງານແມ່ນກຳນົດຈະໃຫ້ສຳເລັດສົມບູນແບບທັງໝົດແມ່ນເດືອນສິງຫາ 2024 ໃຫ້ແລ້ວສົມບູນແບບ.

ສຳລັບສະໜາມກີລາດັ່ງກ່າວ ສະເພາະອັດສະຈັນບ່ອນນັ່ງ ຊຶ່ງມີທັງໂຊນວີໄອພີ ແລະ ກອງເຊຍ ສາມາດບັນຈຸຜູ້ຊົມໄດ້ເຖິງໜຶ່ງພັນກວ່າຄົນ ໂດຍສັນຍາໃນເບື້ອງຕົ້ນແມ່ນກຳນົດໄວ້ທີ່ີ 19 ຕື້ກວ່າກີບ ແຕ່ມາຮອດປັດຈຸບັນນີ້ ບໍ່ໄດ້ແລ້ວ ເພາະເສດຖະກິດບ້ານເຮົາມີທ່າອຽງເພີ່ມຂຶ້ນສູງ ໂດຍສະເພາະເລື່ອງບັນຫາເລດເງິນ ຊຶ່ງລວມທັງຄ່າແຮງງານຕ່າງໆ ສາມາດປະເມີນມູນຄ່າໃນການກໍ່ສ້າງທັງໝົດຫຼາຍກວ່າ 30 ຕື້ກີບ.
ຂ່າວ-ຮູບ: ສົງການ ພັນແພງດີ ລາຍງານຈາກແຂວງສາລະວັນ