ແຟນໆນາງງາມໃຈສັ່ນ! ແຈ້ງການຢຸດຕິການສົ່ງຕົວແທນລາວຮ່ວມປະກວດ Miss World ຄັ້ງທີ 71

230

ເປັນອີກໜຶ່ງກະແສຂ່າວ ກ່ຽວກັບວົງການນາງງາມທີ່ເຮັດໃຫ້ໃຈຫາຍໄປຕາມໆກັນ ທັງເສຍໃຈ ແລະ ເສຍດາຍທີ່ສຸດ ເມື່ອມີແຈ້ງການຈາກທາງກອງປະກວດ Miss World Laos 2023 ວ່າ: ຂໍປະກາດໃຫ້ທຸກທ່ານຮັບຊາບວ່າ: ກອງປະກວດຂອງພວກເຮົາ ໄດ້ຢຸດຕິການສົ່ງຕົວແທນເຂົ້າຮ່ວມການປະກວດ Miss World ຄັ້ງທີ 71 ທີ່ຈັດຂຶ້ນຢູ່ເມືອງມຸມໃບ ປະເທດອິນເດຍ ໂດຍກະທັນຫັນຍ້ອນເຫດຜົນບາງປະການທີ່ພວກເຮົາບໍ່ສາມາດເປີດເຜີຍຕໍ່ສາທາລະນະໄດ້.

อาจเป็นรูปภาพของ ข้อความ

ພ້ອມນັ້ນ, ທາງກອງປະກວດຕ້ອງຂໍຂອບໃຈທີມງານທຸກທ່ານທີ່ພາກັນເຮັດວຽກກັນຢ່າງໜັກ ເພື່ອໃຫ້ງານຕ່າງໆອອກມາໃຫ້ດີເທົ່າທີ່ທາງທີມງານໄດ້ພ້ອມພຽງກັນ ແລະ ສາມັກຄີກັນ ເພື່ອສົ່ງຕົວແທນປະເທດຂອງພວກເຮົາ ເພື່ອໄປເຜີຍແຜ່ວັດທະນະທໍາຂອງລາວອອກສູ່ສາຍຕາຊາວໂລກ.

อาจเป็นรูปภาพของ 1 คน

ທາງກອງປະກວດຂອງພວກເຮົາ ຕ້ອງຂໍອະໄພມາຍັງທຸກໆທ່ານ ແລະ ຫວັງວ່າທຸກທ່ານຄົງຈະເຂົ້າໃຈຕໍ່ເຫດການທີ່ເກີດຂຶ້ນໃນຄັ້ງນີ້ດ້ວຍ. ສຸດທ້າຍນີ້, ກອງປະກວດ Miss World Laos 2023 ຂໍຂອບໃຈມາຍັງທຸກທ່ານທີ່ຍັງຄອຍສະໜັບສະໜູນກອງປະກວດຂອງພວກເຮົາມາໂດຍຕະຫຼອດ ແລະ ໂອກາດໜ້າທາງເຮົາຈະບໍ່ໃຫ້ມີເຫດການແບບນີ້ເກີດຂຶ້ນອີກຢ່າງເດັດຂາດ ແລ້ວພົບກັນໃໝ່ໃນປີ 2024.

อาจเป็นรูปภาพของ 1 คน และ ข้อความ

ເນື້ອໃນຂອງແຈ້ງການກໍບໍ່ໄດ້ມີການລະບຸຢ່າງຊັດເຈນ ວ່າດ້ວຍສາເຫດໃດ ແຕ່ງານນີ້ທາງຂ່າວບັນເທີງເອງກໍຂໍເປັນກໍາລັງໃຈໃຫ້ກັບນ້ອງ ພອນວິໄລ ຫຼວງລາດ Miss World Laos 2021 ແລະ ທີມງານທຸກຄົນຕໍ່ກັບເຫດການດັ່ງກ່າວນໍາເດີ.