ສິງກະໂປ ຈະປະຕິບັດອັດຕາອາກອນຕົວຈິງຕ່ຳສຸດໃນລະດັບ 15% ຕໍ່ບາງບໍລິສັດຂ້າມຊາດ ແຕ່ປີ 2025 ເປັນຕົ້ນໄປ

29

ຊີອາໄອ ລາຍງານວ່າ: ວັນທີ 16 ກຸມພານີ້, ທ່ານ ລາວເຣນ ວອງ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການເງິນສິງກະໂປ ໄດ້ອອກຖະແຫຼງການກ່ຽວກັບແຜນງົບປະມານສົກການເງິນ 2024 ໂດຍລະບຸວ່າ: ນັບແຕ່ປີ 2025 ເປັນຕົ້ນໄປ ສິງກະໂປຈະປະຕິບັດອັດຕາອາກອນຕົວຈິງຕ່ຳສຸດໃນລະດັບ 15% ຕໍ່ບໍລິສັດຂ້າມຊາດຂະໜາດໃຫຍ່ ທີ່ຕັ້ງສຳນັກງານໃຫຍ່ຢູ່ສິງກະໂປ ແລະ ລາຍຮັບການທຸລະກິດຕໍ່ປີໃນທົ່ວໂລກມີຫຼາຍກວ່າ 750 ລ້ານເອີໂຣ.

อาจเป็นรูปภาพของ 2 คน

ຖະແຫຼງການລະບຸວ່າ: ບໍລິສັດຂ້າມຊາດຂະໜາດໃຫຍ່ທີ່ດຳເນີນທຸລະກິດຢູ່ສິງກະໂປ ຕ້ອງເສຍອາກອນພາຍໃນປະເທດເພີ່ມຕື່ມຕໍ່ຜົນກຳໄລທີ່ໄດ້ຮັບຢູ່ສິງກະໂປ ເພື່ອເຮັດໃຫ້ອັດຕາອາກອນທີ່ມີປະສິດທິຜົນບັນລຸ 15%.