ໄນກີ້ ເລີກຈ້າງພະນັກງານກວ່າ1.600 ຄົນ ຫຼັງຍອດຂາຍຫຼຸດລົງ

27

ບໍລິສັດ ໄນກີ້ ອິງ (Nike Inc) ກຽມເລີກຈ້າງພະນັກງານກວ່າ1.600 ຄົນ ຫວັງປະຢັດລາຍຈ່າຍ ກຽມຮັບມື້ທ່າອ່ຽງຜູ້ບໍລິໂພກຫຼຸດລາຍຈ່າຍລົງ.

ບໍລິສັດໄນກີ້ ຜູ້ຜະລິດເຄື່ອງກີລາລາຍໃຫຍ່ຂອງສະຫະລັດ ອາເມຣິກາ ປະກາດເລີກຈ້າງພະນັກງານທົ່ວໂລກ 2% ຫຼື ຫຼາຍກວ່າ 1.600 ຄົນ ໂດຍເປັນສ່ວນໜຶ່ງຂອງການຫຼຸດລາຍຈ່າຍ ເພື່ອຮັບມືທ່າອ່ຽງຍອດຂາຍທີ່ຫຼຸດລົງໃນປີນີ້ ທ່າມກາງການແຂ່ງຂັນໃນວົງການເຄື່ອງກີລາທີ່ເຂັ້ມຂຸ້ນ.

ທັງນີ້, ໄນກີ້ ບໍ່ລະບຸຈຳນວນພະນັກງານທີ່ຖືກເລີກຈ້າງ ແຕ່ຫາກປະເມີນຈາກຈຳນວນພະນັກງານທັງໝົດ 87.000 ຄົນທົ່ວໂລກ ຈະເຮັດໃຫ້ມີພະນັກງານທີ່ຖືກເລີກຈ້າງຫຼາຍກວ່າ1.600 ຄົນ.

ການເລີກຈ້າງນີ້ ສອດຄ່ອງກັບທິດທາງໄນກີ້ ເຄີຍປະກາດໃນເດືອນທັນວາຜ່ານມາວ່າ: ບໍລິສັດມີແຜນຈະປະຢັດຄ່າໃຊ້ຈ່າຍຫຼາຍເຖິງ 2.000 ລ້ານໂດລາສະຫະລັດ ຈາກການຫຼຸດຈຳນວນພະນັງການ ເນື່ອງຈາກຜູ້ບໍລິໂພກມີທ່າອ່ຽງລະມັດລະວັງການໃຊ້ຈ່າຍຫຼາຍຂຶ້ນ ເຮັດໃຫ້ສ້າງແຮງກົດດັນຕໍ່ຍອດຂາຍສິນຄ້າ.

ດ້ານຖະແຫຼງການທາງອີ  ເມລ ຂອງໄນກີ້ ບະບຸວ່າ: ການເລີກຈ້າງພະນັກງານຈະເຮັດໃຫ້ບໍລິສັດຢູ່ໃນສະຖານະທີ່ສາມາດປັບຂະໜາດອົງກອນໃຫ້ເໝາະສົມ ເພື່ອຮອງຮັບໂອກາດການເຕີບໂຕທີ່ຍິ່ງໃຫຍ່ທີ່ສຸດ.