ກໍາໄຣທອງ ທີມຈາກໄທ ປ້ອງກັນແຊັມ Bay Savanh Open Cup, ສ່ວນທີມຈາກລາວຜົນງານດີສຸດເຂົ້າຮອບ 8 ທີມ

46

ສຸດມັນໄປເລີຍສໍາລັບການແຂ່ງຂັນບານເຕະ 7 ຄົນ ( 6 ຮັບ 1 ) ລາຍການ Bay Savanh Open Cup 2024 ທີ່ເດີ່ນເບສະຫວັນ ເອັຟຊີ ນະຄອນຫຼວງວຽງຈັນ ລະຫວ່າງວັນທີ 17-18 ກຸມພາ 2024 ແລະ ເປັນ ກໍາໄຣທອງ ທີມຈາກໄທ ແຊັມເກົ່າສາມາດປ້ອງກັນແຊັມໄດ້ສໍາເລັດ ຫຼັງແຊງເອົາຊະນະ SURARAK ທີມຈາກໄທ 3-2.

ການແຂ່ງຂັນລາຍການດັ່ງກ່າວປິດສາກຢ່າງເປັນທາງການໃນຄໍ່າຄືນຂອງວັນທີ 18 ກຸມພາ 2024 ໃຫ້ກຽດເຂົ້າຮ່ວມ ແລະ ມອບຂັນລາງວັນໂດຍ ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານສະຫະພັນບານເຕະຄົນພິການແຫ່ງຊາດລາວ ທັງເປັນປະທານຈັດການແຂ່ງຂັນ, ທ່ານ ຄອນສະຫວັນ ສິດທິໄທ ຮອງປະທານສະຫະພັນບານເຕະນະຄອນຫຼວງວຽງຈັນ ແລະ ທ່ານ ພຸດທະພອນ ສີວິໄຊ ປະທານບໍລິສັດ ໝາຍເວ ສະປອດແວລາວ ຜູ້ຜະລິດ ແລະ ຈຳໜ່າຍເຄື່ອງນຸ່ງກີລາພິມລາຍ ພ້ອມດ້ວຍຄະນະ, ຄູຝຶກ, ນັກກີລາ ແລະ ກອງເຊຍເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານສະຫະພັນບານເຕະຄົນພິການແຫ່ງຊາດລາວ ທັງເປັນປະທານຈັດການແຂ່ງຂັນ ໄດ້ໃຫ້ສໍາພາດວ່າ: ເປັນອີກໜຶ່ງຄວາມພາກພູມທີ່ໄດ້ຈັດງານຄັ້ງນີ້ຂຶ້ນມາ ແລະ ສໍາເລັດໄປຈົບງາມ ໂດຍໄດ້ຮັບຄວາມສົນໃຈຫຼາຍຈາກທີມທັງພາຍໃນ ແລະ ປະເທດເພື່ອນບ້ານຄື ທີມຈາກລາວ 15 ທີມ ແລະ ທີມຈາກໄທ 17 ທີມ ແນ່ນອນນັກກີລາລາວ ໄດ້ເຄື່ອນໄຫວ ແລະ ມີເວທີໃນການແຂ່ງຂັນ ໄດ້ປະສົບການການແຂ່ງຂັນຮູບແບບ 7 ຄົນນີ້ຫຼາຍຂຶ້ນ ໄດ້ບົດຮຽນຈາກທີມລະດັບອາຊີບຈາກປະເທດໄທ. ແນ່ນອນພວກເຮົາຈັດມາເປັນປີທີ 2 ແລ້ວກໍໄດ້ຮັບຜົນຕອບຮັບຍິ່ງໃຫຍ່ ແລະ ຈະສືບຕໍ່ໃນປີຕໍ່ໆໄປ.

ການແຂ່ງຂັນບານເຕະລາຍການດັ່ງກ່າວມີ 32 ທີມເຂົ້າຮ່ວມຊີງໄຊ ແບ່ງອອກເປັນ 8 ກຸ່ມໆລະ 4 ທີມ ຜ່ານການແຂ່ງຂັນປາກົດວ່າ: ກໍາໄຣທອງ ແຊັມເກົ່າໃນປີ 2023 ສາມາດຜ່ານເຂົ້າຮອບຊີງຊະນະເລີດໄປພົບກັບ SURARAK ທີມຈາກໄທ ເຊິ່ງເປັນທີມ SURARAK ພິກຂຶ້ນນໍາໄປ 2-1 ກ່ອນຖືກ ກໍາໄຣທອງ ຕີສະເໝີເປັນ 2-2 ກ່ອນທີ່ທ້າຍເກມເປັນ ກໍາໄຣທອງ ມາໄດ້ປະຕູໄຊບຽດເອົາຊະນະໄປ 3-2 ຄວ້າຂັນແຊັມ ແລະ ຮັບເງິນລາງວັນໄປເຖິງ 130.000.000 ກີບ, ສ່ວນ SURARAK ໄດ້ອັນດັບ 2 ໄດ້ຮັບຂັນຮອງແຊັມ ແລະ ເງິນໄປ 32.000.000 ກີບ.

ຂະນະທີ່ 2 ທີມທີ່ເສຍໃນຮອບ 4 ທີມສຸດທ້າຍໄດ້ຮັບທີມລະ 6.500.000 ກີບຄື ທີມປະຕູຜີ ແລະ ເດັກປໍ້າຣັກຈິງ 2 ທີມຈາກປະເທດໄທ, ສ່ວນ ທີມຈາກລາວ ສ້າງຜົນງານດີທີ່ສຸດແມ່ນ 2 ທີມຄື ທີມອາເຟີຍ ສປປ ລາວ ຜ່ານເຂົ້າຮອບ 8 ທີມພິກເສຍໃຫ້ກັບ ປະຕູຜີ 4-5 ຫຼັງຂຶ້ນນໍາໄປກ່ອນ 3-0 ແລະ ອີກ 1 ທີມເປັນ ໄຊນະຄອນ ການໄຟຟ້າ ພິກເສຍໃຫ້ກັບ ກໍາໄຣທອງ 2-3 ທັງທີ່ຂຶ້ນນໍາໄປກ່ອນ 2 ຄັ້ງ.
ສ່ວນລາງວັນອື່ນໆ ນັກກີລາຂອງ ກໍາໄຣທອງ ກວາດລຽບ ໄດ້ແກ່:


-ລາງວັນດາວຍິງສູງສຸດເປັນຂອງມາກ ເທວາຣິດ
-ນັກເຕະດີເດັ່ນ ອອງຣີ ປຣະວິດ
-ຜູ້ຮັກສາປະຕູດີເດັ່ນ ເອ້ ອຊຣະພົລ
-ຄູູຝຶກດີເດັ່ນ ມາໂນຊ ຕີສະກຸນ
ໝາຍເຫດ ໄດ້ຮັບລາງວັນລະ 1.300.000 ກີບ.
ຂ່າວ: Larh Creators; ຮູບຈາກ: Bay Savanh FC