ເສດຖະກິດອັງກິດ ເຂົ້າສູ່ພາວະຖົດຖອຍ ຈີດີພີ ຫົດຕົວ 2 ໄຕມາດຕິດຕໍ່ກັນ

55

ສຳນັກຂ່າວຕ່າງປະເທດລາຍງານວ່າ: ເສດຖະກິດອັງກິດ ເຂົ້າສູ່ພາວະຖົດຖອຍ ຫລັງຈີດີພີ ຫົດຕົວ 2ໄຕມາດຕິດຕໍ່ກັນ ໂດຍສະຫຼຸບເສດຖະກິດໝົດປີ ຂະຫຍາຍຕົວພຽງ0,1%.

ສຳນັກງານສະຖິຕິແຫ່ງຊາດຂອງອັງກິດ ເປີດເຜີຍໃນວັນທີ 15 ກຸມພາວ່າ: ລວມຍອດຜະລິດຕະພັນພາຍໃນ ຫຼື ຈີດີພີ (GDP) ໄຕມາດ4 ປີ2023 ຫົດຕົວລົງ0,3% ແລະ ເປັນການຫົດຕົວຕິດຕໍ່ກັນ2ໄຕມາດ ເຊິ່ງບົງຊີ້ວ່າ ເສດຖະກິດ ອັງກິດ ເຂົ້າສູ່ພາວະຖົດຖອຍທາງເທັກນິກແລ້ວ.

อาจเป็นรูปภาพของ 2 คน

ກ່ອນໜ້ານີ້ບັນດານັກເສດຖະສາດຄາດຄະເນວ່າຕົວເລກຈີດີພີ ໄຕມາດ4ຂອງອັງກິດອາດຫົດຕົວພຽງ0,1%

ລາຍງານຂອງສຳນັກງານສະຖິຕິແຫ່ງຊາດ ຍັງລະບຸອີກວ່າ: ພາກສ່ວນຫຼັກທັງ3 ພາກສ່ວນຂອງອັງກິດຫົດຕົວທັງໝົດໃນໄຕມາດ4 ໂດຍພາກການບໍລິການຫົດຕົວລົງ0,2%, ພາກການຜະລິດຫົດຕົວລົງ1% ແລະ ພາກການກໍ່ສ້າງຫົດຕົວລົງ1,3%

ສ່ວນດັດຊະນີຜູ້ບໍລິໂພກ(CPI) ເຊິ່ງເປັນມາດວັດອັດຕາເງິນເຟີ້ຈາກການໃຊ້ຈ່າຍຂອງຜູ້ບໍລິໂພກ ຊົງຕົງທີ່ລະດັບ4%ໃນເດືອນມັງກອນ 2024ເມື່ອທຽບເປັນລາຍປີ. ແຕ່ຕົວເລກດັ່ງກ່າວຍັງຢູ່ໃນລະດັບສູງກວ່າເງິນເຟີ້ຂອງຫລາຍປະເທດ ແລະ ສູງກວ່າເປົ້າໝາຍຂອງທະນາຄານກາງອັງກິດ ທີ່ຕັ້ງໄວ້ໃນລະດັບ 2%.