ເຢຍລະມັນ ແຊງຍີ່ປຸ່ນ ຂຶ້ນເປັນປະເທດເສດຖະກິດໃຫຍ່ອັນດັບ 3 ຂອງໂລກ

49

ສຳນັກຂ່າວຕ່າງປະເທດລາຍງານວ່າ:  ເຢຍລະມັນ ໄດ້ແຊງຍີ່ປຸ່ນ ກາຍເປັນພື້ນຖານເສດຖະກິດໃຫຍ່ອັນດັບທີສາມຂອງໂລກ, ຮອງຈາກອາເມຣິກາ ແລະ ຈີນ.

ຕາມຂໍ້ມູນຂອງລັດຖະບານຍີ່ປຸ່ນ ເປີດເຜີຍໃນວັນທີ 15 ກຸມພາ ໃຫ້ຮູ້ວ່າ: ໂຕເລກລວມຍອດຜະລິດຕະພັນພາຍໃນ ຫລື ຈີດີພີ  (GDP) ຂອງຍີ່ປຸ່ນໃນປີ 2023 ແມ່ນ 4.200 ຕື້ໂດລາ, ໃນຂະນະທີ່ໂຕເລກສໍາລັບເຢຍລະມັນ ແມ່ນ 4.500 ຕື້ໂດລາ.

ພື້ນຖານເສດຖະກິດທັງສອງແມ່ນຂຶ້ນກັບການສົ່ງອອກເປັນຫຼັກ ແລະ ປະເຊີນກັບບັນຫາໃຫຍ່ຫຼາຍຢ່າງ, ແຕ່ຍີ່ປຸ່ນ ປະເຊີນກັບຄວາມຫຍຸ້ງຍາກຫຼາຍກວ່າເຢຍລະມັນ ຍ້ອນການຂາດແຄນແຮງງານ ເນື່ອງຈາກປະຊາກອນຫຼຸດລົງ ແລະ ອັດຕາການເກີດຕໍ່າຫຼາຍ.

อาจเป็นรูปภาพของ อาคารไรชส์ทาค และ ประตูบรันเดินบวร์ค

ເງິນເຢນຍີ່ປຸ່ນ ຫຼຸດລົງຫຼາຍກວ່າ 18% ໃນປີ 2022 ແລະ 2023 ເມື່ອທຽບໃສ່ເງິນໂດລາ, ໃນນັ້ນມີປະມານ 7% ໃນປີ 2023 ເນື່ອງຈາກທະນາຄານຍີ່ປຸ່ນຮັກສາອັດຕາດອກເບ້ຍທີ່ຕິດລົບ, ຂັດກັບທ່າອ່ຽງທົ່ວໄປຂອງທະນາຄານກາງອື່ນໆ ທີ່ເພີ່ມອັດຕາດອກເບ້ຍຢ່າງຕໍ່ເນື່ອງ.

ນອກນັ້ນຈີດີພີ ໄຕມາດ 4 ປີ2023 ຂອງຍີ່ປຸ່ນຫົດຕົວລົງ0,4% ເມື່ອທຽບເປັນລາຍປີ ສວນທາງກັບທີ່ຕະຫຼາດການຄະເນວ່າອາດຂະຫຍາຍຕົວ1,4% ຫຼັງຫົດຕົວ3,3%ໃນໄຕມາດ3 ປີ2023.

ການທີ່ຕົວເລກຈີດີພີ ຕິດລົບຕິດຕໍ່ກັນ 2 ໄຕມາດ ໄດ້ຖືກນິຍາມວ່າເສດຖະກິດ ເຂົ້າສູ່ພາວະຖົດຖອຍທາງເທັກນິກ. ພາວະເສດຖະກິດທີ່ອ່ອນແອແບບນີ້ອາດເຮັດໃຫ້ຕະຫຼາດບໍ່ໝັ້ນໃຈໃນສິ່ງທີ່ ທະນາຄານກາງຍີ່ປຸ່ນ ຫລື BOJ ຄາດຄະເນໄວ້ວ່າຄ່າຈ້າງທີ່ປັບຕົວສູງຂຶ້ນ ຈະເປັນປັດໄຈໜູນການບໍລິໂພກຂອງຍີ່ປຸ່ນ ແລະ ຍັງເຮັດໃຫ້ຕະຫຼາດບໍ່ເຊື່ອໝັ້ນວ່າ BOJຈະສາມາດຢຸດຕິການໃຊ້ນະໂຍບາຍການເງິນແບບຜ່ອນຄາຍເປັນພິເສດໄດ້ ຫຼື ບໍ່.