ປີນີ້ ຫວຽດນາມ ຕັ້ງເປົ້າດຶງດູດນັກທ່ອງທ່ຽວໃຫ້ໄດ້ 20 ລ້ານຄົນ

40

ຂ່າວ VOVWORLD ລາຍງານວ່າ: ປີ2023 ອຸດສາຫະກໍາການທ່ອງທ່ຽວຂອງຫວຽດນາມ ໄດ້ມີການຟື້ນຕົວຢ່າງໜ້າຍິນດີ.ຍອດຈຳນວນນັກທ່ອງທ່ຽວສາກົນມາ ຫວຽດນາມ ບັນລຸປະມານ 12,5 ລ້ານເທື່ອຄົນ ລື່ນກາຍຫຼາຍເມື່ອທຽບໃສ່ຕົວເລກທີ່ວາງອອກໃນຕົ້ນປີແມ່ນ 8 ລ້ານເທື່ອຄົນ. ນີ້ແມ່ນປະຖົມປັດໄຈເພື່ອໃຫ້ຂະແໜງການທ່ອງທ່ຽວ ຫວຽດນາມ ບຸກທະລຸໃນປີນີ້.

อาจเป็นรูปภาพของ แพ

ຕາມຂໍ້ມູນສະຖິຕິຂອງສະຫະສະມາຄົມທ່ອງທ່ຽວຫວຽດນາມ, ໃນປີ 2023 ສະຖານປະກອບການ ແລະ ບໍລິສັດນໍາທ່ຽວໄດ້ໃຫ້ບໍລິການນັກທ່ອງທ່ຽວພາຍໃນປະເທດ105ລ້ານຄົນ ແລະ ນັກທ່ອງທ່ຽວຕ່າງປະເທດປະມານ 15 ລ້ານຄົນ, ສ່ວນຕົວເລກນັກທ່ອງທ່ຽວຫວຽດນາມໄປທ່ຽວຕ່າງປະເທດຢູ່ທີ່ 5 ລ້ານຄົນ.

ສຳລັບປີ2024ນີ້, ຂະແໜງທ່ອງທ່ຽວ ຫວຽດນາມ ມຸ່ງໄປເຖິງເປົ້າໝາຍຟື້ນຕົວການເຄື່ອນໄຫວທ່ອງທ່ຽວໃນທຸກມາດຖານທີ່ບັນລຸໄດ້ໃນປີ 2019, ໂດຍວາງຄາດໝາຍດຶງດູດ ແລະ ຮັບໃຊ້ນັກທ່ອງທ່ຽວສາກົນ 20 ລ້ານຄົນ.

ທ່ານ ຫງວຽນ ກົງຮວານ ຫົວໜ້າຄະນະສື່ສານຂອງສະຫະສະມາຄົມທ່ອງທ່ຽວ ຫວຽດນາມ, ຜູ້ອຳນວຍການຝ່າຍບໍລິຫານບໍລິສັດຫຸ້ນສ່ວນ Flamigo Redtours ໃຫ້ຮູ້ວ່າ: “ພາບພົດຂອງປະເທດຊາດ ແລະປະຊາຊົນຫວຽດນາມ ມີຄວາມສະຫງົບສຸກ, ສວຍງາມທີ່ສຸດ ແລະ ມີຄວາມປອດໄພຫຼາຍ. ຮູບພາບນັ້ນແມ່ນໄດ້ນຳມາຮັບໃຊ້ການທ່ອງທ່ຽວ. ນີ້ແມ່ນບັນດາປັດໄຈສະດວກເພື່ອໃຫ້ຫວຽດນາມ ໂຄສະນາ, ດຶງດູດນັກທ່ອງທ່ຽວ ແລະ ແມ່ນເງື່ອນໄຂທີ່ຈຳເປັນ ເພື່ອບັນລຸເປົ້າໝາຍມີນັກທ່ອງທ່ຽວຫຼາຍ ກວ່າ 20 ລ້ານຄົນມາທ່ຽວຢູ່ຫວຽດນາມ, ພວກເຮົາຍັງມີຫຼາຍວຽກທີ່ຕ້ອງເຮັດ ນອກຈາກວຽກງານສ້າງຜະລິດຕະພັນ, ການສົ່ງເສີມໂຄສະນາກໍ່ຄືຕັ້ງໜ້າຜັນຂະຫຍາຍບັນດາມາດຕະການທີ່ດີກວ່າໃນການເຂົ້າອອກເມືອງ ຫຼື ເລື່ອງການເຊື່ອມຕໍ່ຊຸກຍູ້ຄວາມຕ້ອງການໃນການໄປມາດ້ວຍທາງອາກາດ ເພື່ອດຶງດູດນັກທ່ອງທ່ຽວ.