ລາຍຮັບຈາກການຈຳໜ່າຍຂອງຂະແໜງການເຕັກໂນໂລຊີທັນສະໄໝຂອງຈີນ ເພີ່ມຂຶ້ນ 9,8%

23

ຂ່າວຊີອາໄອ ລາຍງານວ່າ: ຕາມແຫຼ່ງຂ່າວຈາກອົງການສ່ວຍສາອາກອນແຫ່ງຊາດຈີນ ແຈ້ງໃຫ້ຊາບວ່າ: ປີ 2023 ລາຍຮັບຈາກການຈຳໜ່າຍຂອງຂະແໜງການເຕັກໂນໂລຊີທັນສະໄໝຂອງຈີນ ໄດ້ເພີ່ມຂຶ້ນ 9,8%, ອັດຕາສ່ວນກວມລວມຍອດມູນຄ່າການຈຳໜ່າຍຂອງວິສາຫະກິດໃນທົ່ວປະເທດ ເພີ່ມຂຶ້ນ 0,5% ເມື່ອທຽບໃສ່ປີ 2022.

อาจเป็นรูปภาพของ 1 คน

ອີງຕາມຕົວເລກໃບບິນມູນຄ່າເພີ່ມສະແດງໃຫ້ເຫັນວ່າ: ປີ 2023 ລາຍຮັບຈາກການຈຳໜ່າຍຂອງອຸດສາຫະກຳການຜະລິດອຸປະກອນໄດ້ເພີ່ມຂຶ້ນ6,4% ເມື່ອທຽບໃສ່ ປີ2022. ໃນນັ້ນ, ລາຍຮັບຈາກການຈຳໜ່າຍຂອງຂະແໜງການກ່ຽວກັບຜະລິດຕະພັນສົ່ງອອກ 3 ຊະນິດໃໝ່ ຄືລົດພະລັງງານໄຟຟ້າ, ແບັດເຕີຣີລີຊຽມໄອເອັນສ ( lithium-ions battery )ແລະ ແບັດເຕີຣີພະລັງງານແສງຕາເວັນລວມທັງໝົດໄດ້ເພີ່ມຂຶ້ນ22,4%.