ເສດຖະກິດປະເທດ ເຂັ້ມແຂງກວ່າທີ່ຄາດການ

79

ສຳນັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ ໄດ້ເນັ້ນໜັກວ່າບຸລິມະສິດຂອງ ຣັດເຊຍ ຍັງແມ່ນລາຍຮັບ ແລະ ຄຸນນະພາບການດຳລົງຊີວິດຂອງປະຊາຊົນ ຣັດເຊຍ ກໍຄືຄວາມຜາສຸກໃນຄອບຄົວຂອງເຂົາເຈົ້າ.

ວັນທີ 12 ກຸມພາ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີສະຫະພັນ ຣັດເຊຍ ໄດ້ຢັ້ງຢືນລະດັບການເຕີບໂຕຂອງເສດຖະກິດປະເທດ ໃນປີ2023 ຜ່ານມາແມ່ນ 3,6%. ການນຳ ຣັດເຊຍ ເນັ້ນໜັກວ່າ: ການເຕີບໂຕເສດຖະກິດປີ 2023 ສູງກວ່າການຄາດຄະເນໂດຍສູງກວ່າລະດັບການເຕີບໂຕສະເລ່ຍ 3% ຂອງເສດຖະກິດໃນທົ່ວໂລກ, ໃນຂະນະທີ່ລະດັບການເຕີບໂຕເສດຖະກິດຂອງບັນດາປະເທດພັດທະນາແມ່ນ 1,5%.

อาจเป็นรูปภาพของ 1 คน, ห้องทำงานรูปไข่ของประธานาธิบดี และ ข้อความ

ທ່ານເນັ້ນໜັກວ່າ: ສິ່ງສຳຄັນທີ່ສຸດແມ່ນກຳລັງໜູນຂອງການເຕີບໂຕບັນລຸໄດ້ໂດຍອີງໃສ່ກຳລັງພາຍໃນ ເຊິ່ງບຸລິມະສິດຂອງ ຣັດເຊຍ ຍັງແມ່ນລາຍຮັບ ແລະ ຄຸນນະພາບການດຳລົງຊີວິດຂອງປະຊາຊົນ ຣັດເຊຍ ກໍຄືຄວາມຜາສຸກໃນຄອບຄົວຂອງເຂົາເຈົ້າ.

ໃນຂະນະນັ້ນ, ເມື່ອຕອບສຳພາດຕໍ່ນັກຂ່າວວາລະສານ Foreign Policy, ທ່ານ Gita Gopinath ຮອງຜູ້ອຳນວຍການໃຫຍ່ຜູ້ທີໜຶ່ງກອງທຶນເງິນຕາສາກົນ ( IMF ) ໃຫ້ຮູ້ວ່າ: ພື້ນຖານເສດຖະກິດຂອງ ຣັດເຊຍ ພວມພັດທະນາດີກວ່າການຄາດຄະເນ.