ເສດຖະກິດຫວຽດນາມ ຕົ້ນປີ 2024 ຫຼາຍດ້ານເຕີບໂຕດີ

59

VOVWORLDລາຍງານວ່າ: ຕາມກົມໃຫຍ່ສະຖິຕິແລ້ວ ຍອດຂາຍຍ່ອຍສິນຄ້າ ແລະ ການບໍລິການໃຊ້ສອຍເດືອນ ມັງກອນ 2024 ຄາດວ່າບັນລຸ 524,1 ຕື້ດົ່ງ.

ແຕ່ຕົ້ນປີໃໝ່ປີ 2024, ເສດຖະກິດ ຫວຽດນາມ ມີບັນດາສັນຍານທີ່ໜ້າປະເອີບໃຈ. ຕາມນັກຊ່ຽວຊານເສດຖະກິດຫຼາຍທ່ານແລ້ວ, ຈຸດເດັ່ນນັບແຕ່ຕົ້ນປີ 2024 ຂອງເສດຖະກິດ ຫວຽດນາມ ແມ່ນຂະແໜງຜະລິດອຸດສາຫະກຳ.

อาจเป็นรูปภาพของ 1 คน, ถนน และ ข้อความ

ຂະແໜງປຸງແຕ່ງ, ຜະລິດເພີ່ມຂຶ້ນ 19,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ທົ່ວປະເທດມີວິສາຫະກິດສ້າງຕັ້ງໃໝ່ 13.500 ແຫ່ງ ເພີ່ມຂຶ້ນ 2,2% ເມື່ອທຽບໃສ່ເດືອນ ມັງກອນ ແລະ ເພີ່ມຂຶ້ນ 24,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

ຄຽງຄູ່ກັນນັ້ນ, ຕາມກົມ ໃຫຍ່ສະຖິຕິແລ້ວ, ຍອດຂາຍຍ່ອຍສິນຄ້າ ແລະ ການບໍລິການໃຊ້ສອຍເດືອນ ມັງກອນ 2024 ຄາດວ່າບັນລຸ 524,1 ຕື້ດົ່ງ (ກວ່າ 21,4 ຕື້ໂດລາສະຫະລັດ) ເພີ່ມຂຶ້ນ 1,6% ເມື່ອທຽບໃສ່ເດືອນກ່ອນ ແລະ ເພີ່ມຂຶ້ນ 8,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ສິ່ງທີ່ໜ້າສົນໃຈແມ່ນ ເງິນລົງທຶນປະຕິບັດຈາກແຫຼ່ງງົບປະມານຂອງລັດໃນເດືອນຕົ້ນປີ 2024 ຄາດວ່າບັນລຸ 31,1 ຕື້ດົ່ງ (1,27 ຕື້ໂດລາສະຫະລັດ) ເພີ່ມຂຶ້ນ 12,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

ໃນໄລຍະຜ່ານມາ, ມີຫຼາຍອົງການສາກົນໄດ້ຍົກເສດຖະກິດຫວຽດນາມປີ2024 ຈະເຕີບໂຕຢ່າງແຂງແຮງ, ສ່ວນຫຼາຍໄດ້ຕີລາຄາວ່າ ຫວຽດນາມ ຈະບັນລຸລະດັບເຕີບໂຕຍອດຜະລິດຕະພັນພາຍໃນ (GDP) ກວ່າ 6%. ຊ້ຳບໍ່ໜຳມີບາງການຄາດຄະເນຍັງຖືວ່າ, ຫວຽດນາມ ອາດຈະບັນລຸລະດັບເຕີບໂຕ 6,7%, ສູງກວ່າຄາດໝາຍເຊິ່ງສະພາແຫ່ງຊາດ ຫວຽດນາມ ໄດ້ວາງອອກໃຫ້ປີ 2024.