ບໍລິສັດ ເທັກໂນໂລຊີຂອງສະຫະລັດ ສືບຕໍ່ເລີກຈ້າງພະນັກງານ

27

ອຸດສາຫະກຳເທັກໂນໂລຊີ ເລີ່ມຕົ້ນປີ 2024 ດ້ວຍການເລີກຈ້າງພະນັກງານ ຫຼື ປັບຫຼຸດຕຳແໜ່ງງານອີກຮອບ ຫຼັງຈາກທີ່ມີການເລີກຈ້າງພະນັກງານຈຳນວນຫຼາຍເມື່ອປີຜ່ານມາ.

ສຳນັກຂ່າວບລູມເບີກລາຍງານວ່າ: ສະແນປ ອິງ ຄືບໍລິສັດຫຼ້າສຸດທີ່ປະກາດເລີກຈ້າງພະນັກງານ ເມື່ອວັນຈັນ ທີ 5 ກຸມພາ 2024 ໂດຍປັບຫຼຸດຈຳນວນພະນັກງານລົງປະມານ 10% ຫຼື ປະມານ 540 ຄົນ; ຂະນະທີ່ໃນໄລຍະຕົ້ນເດືອນນີ້ ບໍລິສັດ ຊ໊ອຟແວອອກຕາ ອິ້ງ ລະບຸວ່າ ບໍລິສັດຈະເລີກຈ້າງພະນັກງານ 7% ເພື່ອຫຼຸດຕົ້ນທຶນ ເຊິ່ງຈະສົ່ງຜົນກະທົບເຖິງພະນັກງານປະມານ 400 ຄົນ.
ນອກຈາກນີ້, ບໍລິສັດທີ່ເລີກຈ້າງພະນັກງານຍັງລວມເຖິງ ອາເມຊອນດອດຄອມອິ້ງ, ເຊລຟອຊ ອິງ ແລະ ເມຕາ ແພຼັດຟອມ.

อาจเป็นรูปภาพของ 6 คน, ฝูงชน และ ข้อความ

ທ່ານ ໂຣເຈີ ລີ ຜູ້ກໍ່ຕັ້ງເວັບໄຊຕິດຕາມການປົດພະນັກງານ ກ່າວວ່າ: ປີນີ້ບັນດາບໍລິສັດເທັກໂນໂລຊີ ກຳລັງພະຍາຍາມແກ້ໄຂການຈ້າງງານຫຼາຍເກີນໄປໃນໄລຍະທີ່ເກີດການແຜ່ລະບາດຂອງພະຍາດໂຄ ວິດ – 19 ເນື່ອງຈາກອັດຕາດອກເບ້ຍສູງ ແລະ ພາວະຕົກຕໍ່າຂອງອຸດສາຫະກຳເທັກໂນໂລຊີກິນເວລາດົນກວ່າທີ່ຄາດໄວ້ກ່ອນໜ້ານີ້.

ທ່ານ ລີ ລະບຸວ່າ: ມີການເລີກຈ້າງຮອບໃໝ່ໃນໄລຍະບໍ່ດົນຜ່ານມາ ຄືໄລຍະເລີ່ມຕົ້ນຂອງການແຜ່ລະບາດຂອງພະຍາດໂຄວິດ – 19 ໃນໄຕມາດທຳອິດຂອງປີ 2020 ແລະ ໄລຍະທີ່ອັດຕາດອກເບ້ຍພຸ່ງສູງຂຶ້ນ ເຊິ່ງຍັງຄົງດຳເນີນມາຢ່າງຕໍ່ເນື່ອງ ນັບຕັ້ງແຕ່ໄຕມາດ 2 ປີ 2022.