ການນຳໃຊ້ລົດພະລັງງານໃໝ່ຂອງຈີນ ບັນລຸເຖິງ 20,41 ລ້ານຄັນ

23

ຂ່າວຊີອາໄອ ລາຍງານວ່າ: ຕົວເລກສະຖິຕິຂອງກະຊວງປ້ອງກັນຄວາມສະຫງົບຈີນ ເປີດເຜີຍໃຫ້ຮູ້ວ່າ ມາຮອດທ້າຍປີ 2023 ຈຳນວນນຳໃຊ້ລົດພະລັງງານໃໝ່ຂອງຈີນ ບັນລຸເຖິງ 20,41 ລ້ານຄັນ ໄດ້ກວມຍອດຈຳນວນການນຳໃຊ້ລົດຍົນຂອງຈີນ 6,07%.

ປີ 2023 ຈີນ ມີລົດພະລັງງານໃໝ່ທີ່ຂຶ້ນທະບຽນເພີ່ມໃໝ່ 7,43 ລ້ານຄັນ ໄດ້ເພີ່ມຂຶ້ນ 38,76% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022.