ມູນຄ່າການຈໍລະຈອນສິນຄ້າທົ່ວປະເທດຈີນ ປີ 2023 ມີຫຼາຍກວ່າ 352.000 ຕື້ຢວນ

29

ອີງຕາມການລາຍງານຂອງຊີອາໄອ ໃຫ້ຮູ້ວ່າ: ວັນທີ 7 ກຸມພາ ສະຫະພັນການຈໍລະຈອນສິນຄ້າ ແລະ ການຈັດຊື້ຂອງຈີນ ໄດ້ເຜີຍຕົວເລກຂໍ້ມູນດ້ານການຈໍລະຈອນສິນຄ້າ ປີ 2023 ວ່າ: ປີ 2023 ສະພາບແວດລ້ອມການຈໍລະຈອນສິນຄ້າຂອງຈີນໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງຕໍ່ເນື່ອງ, ຂະແໜງການໄດ້ຟື້ນຟູໄປໃນແງ່ດີໂດຍລວມ.

ປີ 2023 ຍອດມູນຄ່າການຈໍລະຈອນສິນຄ້າໃນທົ່ວປະເທດຈີນ ມີເຖິງ 352.400 ຕື້ຢວນ ເພີ່ມຂຶ້ນ 5,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022, ຈັງຫວະການເຕີບໂຕໄດ້ເພີ່ມຂຶ້ນຫຼາຍກວ່າປີ 2022 ເຖິງ 1,8% ເມື່ອເບິ່ງຈາກໂຄງປະກອບຄວາມຕ້ອງການແລ້ວ ຍອດມູນຄ່າການຈໍລະຈອນຜະລິດຕະພັນກະສິກຳມີເຖິງ 5.300 ຕື້ຢວນ ເພີ່ມຂຶ້ນ 4,1%. ສ່ວນຜະລິດຕະພັນອຸດສາຫະກຳມີເຖິງ 312.600 ຕື້ຢວນ ເພີ່ມຂຶ້ນ 4,6%, ຈັງຫວະການເຕີບໂຕເພີ່ມຂຶ້ນຫຼາຍ ກວ່າປີ 2022 ເຖິງ 1%.

ນອກນີ້, ຍອດມູນຄ່າການຈໍລະຈອນສິນຄ້ານຳເຂົ້າປີ 2023 ມີເຖິງ 18.000 ຕື້ຢວນ ເພີ່ມຂຶ້ນ 13% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022, ປະລິມານການຈໍລະຈອນສິນຄ້ານຳເຂົ້າໄດ້ຮັກສາຖ່ວງທ່າການຟື້ນຕົວຄືນທີ່ວ່ອງໄວ.