ຜູ້ໃຊ້ຍານພາຫະນະໃນແຂວງເຊກອງຕື່ນຕົວອອກເສຍຄ່າທຳນຽມທາງປະຈຳປີ 2024

28

ແຂວງເຊກອງແມ່ນໄດ້ຈັດຕັ້ງຄະນະລົງຊຸກຍູ້ການເສຍຄ່າທຳນຽມທາງປະຈຳປີ 2024 ຢ່າງຕໍ່ເນື່ອງ ແລະເຫັນວ່າຜູ້ຊົມໃຊ້ຍານພາຫະນະແມ່ນມີຄວາມຕື່ນຕົວສູງໃນການເປັນເຈົ້າການເສຍພັນທະພາສີອາກອນຕາມລະບຽບກົດໝາຍກຳນົດໄວ້.

May be an image of 4 people and text
ໂດຍຂະແໜງສ່ວຍສາອາກອນປະຈໍາ ເມືອງລະມາມ ຮ່ວມກັບ ທະນາຄານພັດທະນາລາວ (ທພລ) ສາຂາແຂວງເຊກອງ ແລະ ກອງບັນຊາການ ປກສ ແຂວງເຊກອງ ກໍຄື ເຈົ້າໜ້າທີ່ຕໍາຫຼວດຈາະລາຈອນ ໄດ້ເປີດຂະບວນການຊຸກຍູ້ເສຍຄ່າທໍານຽມທາງ ປະຈໍາປີ 2024 (ເປີດຈຸດບໍລິການກັບທີ່) ຢູ່ບ້ານຫ້ວຍຂຽວ-ໜອງບົງ ໃນວັນທີ 8 ກຸມພາ 2024 ໂດຍການນໍາພາຂອງທ່ານ ເຫຼົາທອງ ໂຄດສັກເມືອງ ຮອງຫົວໜ້າສ່ວຍສາອາກອນ ປະຈໍາເມືອງລະມາມ, ທ່ານ ນາງ ວິຈິດຕາ ສຸທໍາມະໂກສານ ຫົວໜ້າຂະແໜງການຕະຫຼາດ ທະນາຄານພັດທະນາລາວ ສາຂາແຂວງເຊກອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

May be an image of 3 people, motorcycle and road
ທ່ານ ເຫຼົາທອງ ໂຄດສັກເມືອງ ກ່າວວ່າ: ແຂວງເຊກອງ ໄດ້ເລີ່ມຈັດຕັ້ງການຊໍາລະຄ່າທໍານຽມທາງ ຜ່ານລະບົບທະນາຄານມາແຕ່ປີ 2019 ປັດຈຸບັນ ແມ່ນຍັງດໍາເນີນໄປຢ່າງເປັນປົກກະຕິ ແລະ ມີປະສິດທິຜົນ ໂດຍສະເພາະແມ່ນໄດ້ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ອົງການຈັດຕັ້ງລັດ, ພະນັກງານ-ລັດຖະກອນ ກໍຄື ປະຊາຊົນບັນດາເຜົ່າ ໄດ້ເສຍຄ່າທໍານຽມທາງປະຈໍາແຕ່ລະປີ ໃຫ້ເປັນຂະບວນຟົດຟື້ນ ແລະ ທັນກໍານົດເວລາ. ພ້ອມນີ້, ຍັງເປັນການຫັນການເກັບລາຍຮັບເຂົ້າສູ່ລະບົບທັນສະໄໝ ເພື່ອຫຼີກລຽງການຮົ່ວໄຫຼຂອງລາຍຮັບງົບປະມານ.

May be an image of 8 people and text
ທ່ານ ເຫຼົາທອງ ໂຄດສັກເມືອງ ໃຫ້ຮູ້ຕື່ມວ່າ: ການເປີດບໍລິການເສຍຄ່າທໍານຽມທາງຈຸດທີ I ຢູ່ປ້ອມຫຼັກ 3 ບ້ານໂພນໄຊ ໃນລະຫວ່າງວັນທີ 30 ມັງກອນ ຫາ ວັນທີ 6 ກຸມພາ 2024 ສັງເກດເຫັນວ່າບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງລັດ ແລະ ບໍລິສັດລັດວິສາຫະກິດ ທີ່ເປັນເຈົ້າຂອງ ຫຼື ນໍາໃຊ້ພາຫະນະ (ລົດ) ພາຍໃນແຂວງ ແລະ ຕ່າງແຂວງ ໄດ້ເຂົ້າມາຊໍາລະຄ່າທໍານຽມທາງປະຈໍາປີ 2024 ທັງໝົດ 290 ຄັນ. ໃນນີ້, ລົດໃຫຍ່ 273 ຄັນ ແລະ ລົດຈັກ 17 ຄັນ, ສາມາດສ້າງລາຍຮັບໄດ້ 100 ລ້ານກວ່າກີບ.

May be an image of 5 people and text