ອີຊີບີ ສົ່ງສັນຍານຫຼຸດອັດຕາດອກເບ້ຍ ຫຼັງບັນຫາເງິນເຟີ້ເລີ່ມບັນເທົາ

45

ຄຣິສຕິນ ລາກາດ ປະທານທະນາຄານກາງເອີຣົບ ຫຼື ອີຊີບີ (ECB) ໃຫ້ສໍາພາດສຳນັກຂ່າວຕ່າງປະເທດໃນວັນອັງຄານທີ່ 30 ມັງກອນວ່າ: ຜູ້ກໍານົດນະໂຍບາຍ ຂອງ ອີຊີບີໄດ້ເຫັນກົງກັນວ່າການປ່ຽນແປງນະໂຍບາຍອັດຕາດອກເບ້ຍຕໍ່ໄປຈະເປັນການຫຼຸດອັດຕາດອກເບ້ຍ.

ສຳນັກຂ່າວ AFP ລາຍງານວ່າ: ໃນອາທິດຜ່ານມາອີຊີບີ ຮັກສາອັດຕາດອກເບ້ຍເງິນຝາກມາດຕະຖານໄວ້ໃນລະດັບສູງສຸດ 4% ຕິດຕໍ່ກັນເປັນເທື່ອທີ 3 ຈາກທີ່ກ່ອນໜ້ານີ້ອີຊີບີ ປັບຂຶ້ນອັດຕາດອກເບ້ຍເພື່ອຄວບຄຸມລາຄາສິນຄ້າທີ່ພຸ່ງສູງຂຶ້ນ ຫລັງເກີດຂໍ້ຂັດແຍ່ງລະ ຫວ່າງ ຣັດເຊຍ ກັບອູແກຣນ.

อาจเป็นรูปภาพของ 1 คน

ການຮັກສາອັດຕາດອກເບ້ຍດັ່ງກ່າວ ສົ່ງຜົນໃຫ້ອັດຕາດອກເບ້ຍເງິນຝາກຍັງຄົງຢູ່ທີ່ 4,00%, ໃນຂະນະທີ່ອັດຕາດອກເບ້ຍເງິນກູ້ຢູ່ທີ່ 4,75% ແລະ ອັດຕາດອກເບ້ຍເງິນກູ້ຄືນ ຫຼື ຣີໄຟແນນຢູ່ທີ່ 4,50%.

ກ່ອນໜ້ານີ້, ອີຊິບີໄດ້ເພີ່ມອັດຕາດອກເບ້ຍ 10 ເທື່ອຕິດຕໍ່ກັນ ເປັນຈຳນວນທັງໝົດ 4,5%, ຫຼັງຈາກໄດ້ເລີ່ມດຳເນີນວົງຈອນການເພີ່ມອັດຕາດອກເບ້ຍໃນເດືອນ ກໍລະກົດ ປີ2022. ເພື່ອສະກັດກັ້ນອັດຕາເງິນເຟີ້.

ອັດຕາເງິນເຟີ້ຂອງເອີໂຣໂຊນ ທະຍານຂຶ້ນສູງສຸດເກີນ 10% ໃນປີ2022 ແລ້ວຫຼຸດລົງໃກ້ກັບເປົ້າໝາຍຂອງ ອີຊີບີໃນໄລຍະກາງ2% ໃນໄລຍະບໍ່ເທົ່າໃດເດືອນທີ່ຜ່ານມາ. ເຖິງແມ່ນວ່າຍັງເພີ່ມຂຶ້ນເລັກໜ້ອຍໃນເດືອນທັນວາສູ່ລະດັບ 2,9% ຕໍ່ປີ.