ຈີນ ແຊງຍີ່ປຸ່ນ ຂຶ້ນເປັນຜູ້ສົ່ງອອກລົດລາຍໃຫຍ່ສຸດຂອງໂລກປີ2023

48

ຈີນແຊງຍີ່ປຸ່ນຂຶ້ນເປັນຜູ້ສົ່ງອອກລົດລາຍໃຫຍ່ສຸດໃນໂລກປະຈຳປີ 2023 ໂດຍໄດ້ແຮງໜູນ ຈາກການທຸ່ມທຶນຜະລິດລົດໄຟຟ້າໃນຫຼາຍປີຜ່ານມາ.

ສະມາຄົມອຸດສາຫະກຳລົດແຫ່ງປະເທດຍີ່ປຸ່ນ ຫລື JAMA ເປີດເຜີຍວ່າ: ຈີນ ແຊງຍີ່ປຸ່ນຂຶ້ນເປັນຜູ້ສົ່ງອອກລົດລາຍໃຫຍ່ສຸດຂອງໂລກໃນປິ2023 ໂດຍຍີ່ປຸ່ນສົ່ງອອກ4,42ລ້ານຄັນ; ຂະນະທີ່ສະມາຄົມຜູ້ຜະລິດລົດຈີນ ຫລື CAAM ລາຍງານໃນເດືອນນີ້ວ່າ ຈີນສົ່ງອອກລົດໄດ້4,91ລ້ານຄັນ ໃນປີຜ່ານມາ; ສ່ວນສຳນັກງານພາສີຈີນລາຍງານວ່າ ຈີນສົ່ງອອກລົດໄດ້5,22ລ້ານຄັນໃນປີຜ່ານມາເພີ່ມຂຶ້ນ57%ເມື່ອທຽບແບບລາຍປີ.

อาจเป็นรูปภาพของ รถยนต์

ສຳນັກຂ່າວຕ່າງປະເທດລາຍງານວ່າ: ເດີມທີຈີນແຊງຍີ່ປຸ່ນຂຶ້ນມາຄອງອັນດັບ1 ໃນຖານະຜູ້ສົ່ງອອກລົດລາຍໃຫຍ່ທີ່ສຸດຂອງໂລກເມື່ອທຽບເປັນລາຍເດືອນຢູ່ແລ້ວ ແຕ່ຂໍ້ມູນໃນວັນນີ້ຖືເປັນການຢັ້ງຢືນວ່າ ຈີນໄດ້ໂຄ່ນຍີ່ປຸ່ນຂຶ້ນເປັນຜູ້ສົງອອກລົດລາຍໃຫຍ່ສຸດຂອງໂລກເມື່ອທຽບເປັນລາຍປີເຊັ່ນກັນ.

ອຸດສາຫະກຳລົດຂອງຈີນເຟືອງຟູໃນຊ່ວງຫຼາຍປີຜ່ານມາ ສາເຫດມາຈາກການທຸ່ມລົງທຶນໃນລົດໄຟຟ້າ ຊຶ່ງເປັນພາກສ່ວນທີ່ບໍລິສັດຍີ່ປຸ່ນຂ້ອນຂ້າງລະມັດລະວັງເລື່ອງການລົງທຶນ ໂດຍກຸ່ມຜູ້ຜະລິດລົດຍີ່ປຸ່ນມຸ່ງເນັ້ນໄປທີ່ລົດໄຮບຣີດຫລາຍກວ່າ ເຊິ່ງເປັນລົດທີ່ຜະສົມຜະສານລະຫວ່າງການໃຊ້ພະລັງງານຈາກແບັດເຕີຣີ ແລະເຄື່ອງຈັກແບບດັ້ງເດີມ.

ຂະນະທີ່ບີວາຍດີ ເຊິ່ງເປັນຜູ້ຜະລິດລົດອີວີ ຈາກຈີນ ກໍເອົາຊະນະເທສລາ ໃນຖານະບໍລິສັດທີ່ມີຍອດຈຳໜ່າຍລົດໄຟຟ້າເຕັມຮູບແບບຫຼາຍທີ່ສຸດຂອງໂລກໃນ ປີ2023.