ກີລາແຫ່ງຊາດທີ່ ນວ ເປັນເຈົ້າພາບ 2025 ກໍານົດ 34 ປະເພດກີລາ, ອີສະປອດ-ເພາະກາຍ ກີລານ້ອງໃໝ່

177

ງານມະຫາກໍາກີລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ( ນວ ) ເປັນເຈົ້າພາບໃນປີ 2025 ມີການກໍານົດເອົາ 34 ປະເພດກີລາຮ່ວມຊີງໄຊ ພິເສດກີລາອີ-ສະປອດ ແລະ ກີລາເພາະກາຍ ກາຍເປັນກີລານ້ອງໃໝ່ ຫຼັງຖືກບັນຈຸເຂົ້າໃນງານກີລາແຫ່ງຊາດເປັນຄັ້ງທໍາອິດ.

ເມື່ອວັນທີ 29 ມັງກອນ ຜ່ານມາ ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫລວງວຽງຈັນ ໄດ້ຂື້ນລາຍງານການກຽມຄວາມພ້ອມ ໃນການຈັດງານມະຫາກຳກີລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫລວງວຽງຈັນ ກຽມເປັນເຈົ້າພາບ ໃນປີ 2025 ໃຫ້ຊາບວ່າ : ໃນເບື້ອງຕົ້ນເອກະພາບເອົາວັນທີ 13-22/12/2025 ເປັນມື້ດໍາເນີນການຈັດງານມະຫາກໍາກີລາແຫ່ງຊາດ ຄັ້ງທີ XII ແລະ ວັນທີ 6-13/2/2026 ເປັນມື້ດຳເນີນການຈັດງານມະຫາກໍາກີລາຄົນພິການແຫ່ງຊາດ ຄັ້ງທີ IV ເພື່ອສະເໜີລັດຖະບານອະນຸມັດ. ສະນັ້ນ, ໂດຍພື້ນຖານແມ່ນມີຄວາມພ້ອມ ຍ້ອນບັນດາສະຫະພັນແຫ່ງຊາດ ຢູ່ນະຄອນຫລວງວຽງຈັນ.

ສ່ວນດ້ານສະຖານທີ່ສະໜາມແຂ່ງຂັນ ຈະນຳໃຊ້ສະໜາມກີລາແຫ່ງຊາດຫລັກ 16 ເປັນບ່ອນແຂ່ງຂັນ ແລະ ຈັດພິທີເປີດ – ປິດ, ສ່ວນສະໜາມອື່ນໆເຊັ່ນ: ສະໜາມກີລາເຈົ້າອານຸວົງ, ສະໜາມກີລາຂອງມະຫາວິທະຍາໄລແຫ່ງຊາດ, ສະໜາມກີລາສະຖາບັນການສຶກສາທັງພາກລັດ – ເອກະຊົນ ແລະ ສະໜາມກີລາຂອງຜູ້ປະກອບການຫົວໜ່ວຍທຸລະກິດກີລາຈຳນວນໜື່ງ.
-ດ້ານທີ່ພັກການນໍາ ແລະ ທີ່ພັກນັກກີລາ ນະຄອນຫລວງວຽງຈັນ ມີບ່ອນພັກເຊົ່າຫລາຍແຫ່ງທີ່ມີຄວາມສະດວກສະບາຍ ໄວ້ຕ້ອນຮັບແຂກພາຍໃນ ແລະ ຕ່າງປະເທດ, ສ່ວນກ້ອນກຳລັງກີລາທີ່ມາຈາກແຂວງ ຄະນະຮັບຜິດຊອບແມ່ນໄດ້ຈັດສັນໃຫ້ພັກເຊົ່າຕາມໂຮງຮຽນໃນຂອບເຂດນະຄອນຫລວງວຽງຈັນ ທີ່ມີຫ້ອງນໍ້າສະອາດ ແລະ ມີສະຖານທີ່ສາມາດຝຶກຊ້ອມ ແລະ ໃກ້ສະຖານທີ່ແຂ່ງຂັນ ເພື່ອໃຫ້ມີຄວາມສະດວກໃນການເດີນທາງໄປແຂ່ງຂັນ.

ຄາດຄະເນປະເພດກີລາ ທີ່ຈະສະເໜີໃຫ້ບັນຈຸເຂົ້າໃສ່ການແຂ່ງຂັນ ໃນງານມະຫາກຳກີລາແຫ່ງຊາດ ຄັ້ງທີ XII ແມ່ນຈະມີທັງໝົດ 34 ປະເພດກີລາ ປະກອບມີ : ລອຍນ້ຳ, ແລ່ນ-ລານ, ບານບ້ວງ, ຍິງທະນູ, ຫນ້າເກັກ, ຫມາກຂ່າງ, ບານສົ່ງໃນຮົ່ມ-ຫາດຊາຍ, ເທັນນິດ-ຊ໋ອບເທັນນິດ, ບານເຕະຍີງ-ຊາຍ-ຟຸດຊໍ, ມວຍສາກົນ, ມວຍລາວ, ດອກປິກໄກ່, ຢູໂດ, ຄາລາເຕໂດ, ເທຄວັນໂດ, ປັນຈັກຊິລັດ, ມວຍປ້ຳ, ມວຍວູຊູ, ເປຕັງ, ກະຕໍ້-ຊິນລອນ, ເຮືອຊ່ວງ, ປິ່ງປ່ອງ, ໂບລີ້ງ, ລົດຖີບ, ສະຫນຸກເກີ, ຫມາກເສິກ, ຍິງປືນ, ກ໋ອບ, ຣັກບີ້, ຫມາກແລ້, ອີສະປອດ, ເພາະກາຍ, ຍົກນ້ຳຫນັກ, ດືງເຊືອກ ແລະ ເບສບອນ ເຊິ່ງແນ່ນອນກີລາ ອີສະປອດ ແລະ ເພາະກາຍເປັນ 2 ກີລາໃໝ່ທີ່ຖືກບັນຈຸເຂົ້າໃນກີລາແຫ່ງຊາດ.

ພ້ອມກັນນັ້ນ, ເຈົ້າຄອງນະຄອນຫລວງວຽງຈັນ ເຫັນດີ ໃຫ້ກຳນົດເອົາໂຕນົກຍຸງ 2 ໂຕ (ຜູ້ ແລະ ແມ່ ) ເປັນມາສຄອດ ແລະ ໂລໂກ້ ກຳນົດເອົາຮູບປະຕູໄຊ ເປັນສັນຍາລັກໃນງານ. ສ່ວນ ດ້ານແຜນງົບປະມານ ພະແນກສຶກສາທິການ ແລະ ກີລາ ໄດ້ສະເໜີງົບປະມານເບື້ອງຕົ້ນ ຈຳນວນ 56 ຕື້ກີບ ເພື່ອຮັບໃຊ້ວຽກງານຂອງນະຄອນຫລວງວຽງຈັນເປັນເຈົ້າພາບ ປີ 2025 ( ຕາມແຜນພັດທະນາຂອງ ຂະແໜງການສຶກສາ ແລະ ກີລາ ກຳນົດເຂົ້າໃນແຜນ 2021-2025 ), ນອກຈາກນີ້ ຂໍໃຫ້ກະຊວງສຶກສາທິການ ແລະ ກີລາ ໄດ້ຄົ້ນຄວ້າງົບປະມານເພີ່ມເຕີມຈາກລັດຖະບານ ແລະ ສະພາແຫ່ງຊາດ ຕາມລະບຽບການທີ່ໄດ້ຈັດຕັ້ງປະຕິບັດຜ່ານມາ, ເພື່ອສະໜັບສະໜູນການເປັນເຈົ້າພາບ ຈັດງານກີລາຂອງນະຄອນຫລວງວຽງຈັນ ປີ 2025.
ຂ່າວຈາກ: ກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ; ຮູບ-ຮຽບຮຽງ: Larh Creators