ສ່ອງສາວງາມ Miss Tourism Laos 2024 ດາລາທິບ ສີສະໝຸດ

52

ການປະກວດໄດ້ສິ້ນສຸດລົງໄປດ້ວຍຄວາມຈົບງາມ ແລະແລ້ວກໍໄດ້ຜູ້ຄອງຕໍາແໜ່ງນາງສາວທ່ອງທ່ຽວລາວ 2024 ໄປຢ່າງສົມກຽດ ແລະ ທີ່ສໍາຄັນປີນີ້ກໍເປັນປີທ່ອງທ່ຽວລາວ2024 ນໍາອີກ ບັນຍາກາດຂອງການປະກວດທີ່ ເຂດເສດຖະກິດພິເສດສາມຫຼ່ຽມຄໍາເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ ເພາະມີຫຼາກຫຼາຍກິເຈະກໍາໃຫ້ໄດ້ທ່ຽວຊົມກັນເລີຍ.

ໃນຄໍ່າຄືນຜ່ານມາກໍໄດ້ມີການຈັດປະກວດ ນາງສາວທ່ຽວທ່ອງລາວຂື້ນ ເຊິ່ງຜູ້ທີ່ຄວ້າຕໍາແໜ່ງຊະນະເລີດ ໄປຄອງຢ່າງສະຫງ່າງາມໄດ້ແກ່ MTL2 ດາລາທິບ ສີສະໝຸດ ສາວງາມຈາກແຂວງຜົ້ງສາລີ.

ສ່ວນຮອງຊະນະເລີດທັງ 4 ນ້ອງນາງສາວປະກອບດ້ວຍ:

ຮອງອັນດັບໜຶ່ງໄດ້ແກ່ MTL18 ປິຣິນຍາ ອາໄພວົງ ສາວງາມຈາກແຂວງວຽງຈັນ,

ຮອງອັນດັບສອງໄດ້ແກ່ MTL5 ລັດດາວັນ ວັນນະພົມ ແຂວງ ບໍ່ແກ້ວ

ຮອງອັນດັບສາມໄດ້ MTL12 ສະລິສາ ຢ່າງ ແຂວງ ຫຼວງພະບາງ;ຮອງອັນດັບສີ່ໄດ້ແກ່ MTL31 ທິບພະສອນ ຫົງຄໍາ, ແຂວງເຊກອງ ໄດ້ຮັບມຸງກຸດອັນຊົງຄຸນຄ່າ ພ້ອມສາຍສະພາຍ ແລະ ເງິນລາງວັນໄປຄອງຢ່າງສົມກຽດ.

ມື້ນີ້ຂ່າວບັນເທີງພາມາທໍາຄວາມຮູ້ຈັກສາວງາມຄົນນີ້ໃຫ້ຫຼາຍຂື້ນນ້ອງ ດາລາທິບ ສີສະໝຸດ ປັດຈຸບັນອາຍຸ 23 ປີ ອາຊີບແມ່ນເຮັດເປີດຮ້ານເສີມ ຄວາມງາມ, ກິດຈະກຳທີ່ມັກເຮັດແມ່ນອອກກຳລັງກາຍລອຍນ້ຳ ເປັນຄົນທີ່ເຂົ້າກັບຄົນໄດ້ງ່າຍ, ຍິ້ມແຍ້ມຢູ່ຕະຫຼອດເວລາ ສໍາລັບການເລີ່ມມາເດີນສາຍປະກວດຍ້ອນເປັນສິ່ງທີ່ນ້ອງມັກແຕ່ນ້ອຍ ແລະ ນ້ອງເອງເປັນຕົວແທນນໍາສະເໜີແຂວງຜົ້ງສາລີ ຢາກນຳສະເໜີແຫຼ່ງທ່ອງທ່ຽວທາງທຳມະຊາດ ຫຼື ຕ່າງຖິ່ນທີ່ຍັງບໍ່ຮູ້ກ່ຽວກັບແຂວງຜົ້ງສາລີ.

ສຸດທ້າຍນີ້, ຝາກແຟນຂ່າວບັນເທີງ ຊ່ວຍຕິດຕາມຜົນງານ ແລະ ການເຄື່ອນໄຫວຂອງນ້ອງຄົນງາມຄົນນີ້ແນ່ເດີ ສາມາດຕິດຕາມຜົນງານ ແລະ ການເຄື່ອນໄຫວຂອງນ້ອງໄດ້ທີ່:Facebook: Daeng Sisamud ນັ້ນເອງ.