ສ່ວຍສາອາກອນ ເນັ້ນ 7 ຈຸດສຸມ ເກັບລາຍຮັບປີ 2024

121

ກົມສ່ວຍສາອາກອນ ກຳນົດ 7 ໜ້າວຽກຈຸດສຸມໃນການຈັດຕັ້ງປະຕິບັດແຜນຈັດເກັບລາຍຮັບ ໃນປີ 2024 ໃຫ້ໄດ້ຕາມແຜນການ ຫຼື ລື່ນແຜນການ ໂດຍສຸມໃສ່ສືບຕໍ່ຂະຫຍາຍຖານລາຍຮັບ ດ້ວຍການນໍາໃຊ້ລະບົບຖານຂໍ້ມູນລວມສູນທັນສະໄໝ.

ທ່ານ ບຸນປະເສີດ ສີກຸນລະບຸດ ຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ ໄດ້ລາຍງານໃນກອງປະຊຸມຂະແໜງການເງິນປະຈຳປີ 2023 ແລະ ທິດທາງ 2024 ຜ່ານມາວ່າ: ໃນປີ 2024 ກົມສ່ວຍສາອາກອນ ມີພັນທະໃນການຈັດເກັບລາຍຮັບ ຊຶ່ງເຫັນວ່າ ເພີ່ມຂຶ້ນຈາກປີຜ່ານມາຫຼາຍສົມຄວນ. ສະນັ້ນ ເພື່ອຮັບປະກັນ ການສ້າງຂະແໜງສ່ວຍສາອາກອນ ໃຫ້ມີ ຄວາມເຂັ້ມແຂງ ແລະ ຈັດເກັບລາຍຮັບໃຫ້ໄດ້ຕາມແຜນການ ຫຼື ລື່ນແຜນການ ຈຶ່ງກຳນົດບາງໜ້າວຽກຈຸດສຸມ ຄື:

1). ຄົ້ນຄວ້າປັບປຸງກົງຈັກການຈັດຕັ້ງຂອງຂະແໜງສ່ວຍສາອາກອນ ໂດຍສຸມໃສ່ປັບປຸງກົງຈັກການຈັດຕັ້ງຂັ້ນແຂວງ ແລະ ເມືອງ ໃຫ້ເຂັ້ມແຂງ ໂດຍສະເພາະຍົກບົດບາດສ່ວຍສາອາກອນຢູ່ບັນດາແຂວງ ແລະ ເມືອງໃຫ້ທຽບເທົ່າ ແລະ ເປັນເອກະພາບກັນ ໃນຂອບເຂດທົ່ວປະເທດ ຮັບປະກັນການເຄື່ອນໄຫວຽກງານວິຊາສະເພາະໃຫ້ມີປະສິດທິພາບ;

2). ປັບປຸງກົດໝາຍ ແລະ ລະບຽບການຂອງສ່ວຍສາອາກອນ ໃຫ້ສອດຄ່ອງກັບສະພາບການພັດທະນາເສດຖະກິດ-ສັງຄົມ ຄື: ປັບປຸງ ກົດໝາຍວ່າດ້ວຍ ອາກອນມູນຄ່າເພີ່ມ ໂດຍການປັບອັດຕາຈາກ 7% ມາເປັນ 10%; ປັບປຸງເງື່ອນໄຂການຍົກເວັ້ນອາກອນມູນຄ່າເພີ່ມ, ຫຼຸດຜ່ອນຂັ້ນຕອນການສົ່ງຄືນເງິນອາກອນມູນຄ່າເພີ່ມ ໃຫ້ສະດວກວ່ອງໄວ ແລະ ບາງມາດຕາທີ່ກຳນົດບໍ່ຈະແຈ້ງ; ຄົ້ນຄວ້າສ້າງດໍາລັດນາຍົກລັດຖະມົນຕີ ກ່ຽວກັບການປັບໃໝຂອງຂະແໜງສ່ວຍສາອາກອນ ເພື່ອເປັນບ່ອນອີງໃນການນໍາໃຊ້ມາດຕະການຕໍ່ ບຸກຄົນ, ນິຕິບຸກຄົນ ແລະ ຫົວໜ່ວຍວິສາຫະກິດ ທີ່ລະເມີດລະບຽບກົດໝາຍສ່ວຍສາອາກອນ ເປັນຕົ້ນ ການບໍ່ມາແຈ້ງ-ມອບອາກອນ, ການມອບຊັກຊ້າ, ການເຊື່ອງອຳລາຍຮັບ, ບໍ່ມາຊຳລະໜີ້ຄ້າງມອບ ແລະ ອື່ນໆ; ອອກຄໍາແນະນຳ ຈັດຕັ້ງປະຕິບັດການເກັບອາກອນຊົມໃຊ້ໃນອັດຕາໃໝ່ ຕາມລັດຖະບັນຍັດຂອງປະທານປະເທດ ສະບັບເລກທີ 003/ປປທ ໃຫ້ເລີ່ມຈັດຕັ້ງປະຕິບັດນັບແຕ່ວັນທີ 1 ມັງກອນ 2024 ເປັນຕົ້ນໄປ ຢ່າງເຂັ້ມງວດ; ອອກຄຳແນະນຳ ຈັດຕັ້ງປະຕິບັດກົດໝາຍວ່າດ້ວຍອາກອນທີ່ດິນ ຊຶ່ງໄດ້ກໍານົດການຈັດເກັບເປັນອັດຕາແບບທຽບ ຕາມລາຄາປະເມີນຕອນດິນ;

3). ສືບຕໍ່ຂະຫຍາຍຖານລາຍຮັບ ດ້ວຍການນໍາໃຊ້ລະບົບຖານຂໍ້ມູນລວມສູນທັນສະໄໝ ເປັນຕົ້ນ: ການຫັນເອົາບັນດາຫົວໜ່ວຍທຸລະກິດ, ລາຍຮັບຄ່າທຳນຽມທາງ, ພາສີທີ່ດິນ ແລະ ລາຍຮັບຈາກຊັບສິນຂອງລັດ ຄຸ້ມຄອງ ແລະ ແຈ້ງມອບຜ່ານລະບົບ TaxRIS ໃຫ້ຖືກຕ້ອງ ຄົບຖ້ວນ;

4). ເພີ່ມທະວີການຈັດຕັ້ງຜັນຂະຫຍາຍດຳລັດວ່າດ້ວຍໃບເກັບເງິນ ສະບັບເລກທີ 97/ນຍ ໂດຍພັດທະນາລະບົບໃບເກັບເງິນ ແບບອີເລັກໂທນິກ ນຳໃຊ້ຄວບຄູ່ໄປກັບໃບເກັບເງິນແບບເປັນເຈ້ຍ; ຄຸ້ມຄອງເກັບລາຍຮັບຈາກຄ່າທຳນຽມ ແລະ ຄ່າບໍລິການ ຂອງບັນດາຂະແໜງການ ດ້ວຍລະບົບ IPOS ຊຶ່ງສາມາດເຊື່ອມຕໍ່ກັບລະບົບ TaxRIS ແລະ ຊໍາລະຜ່ານລະບົບທະນາຄານໄດ້;

5). ສຸ່ມໃສ່ລົງເລິກຊຸກຍູ້, ຕິດຕາມ ແລະ ກວດກາ ບັນດາຫົວໜ່ວຍທຸລະກິດຂະໜາດໃຫຍ່ ທີ່ເປັນທ່າແຮງໃນການຈັດເກັບລາຍຮັບ, ເປັນຕົ້ນ ທຸລະກິດໃນຂົງເຂດ ພະລັງງານໄຟຟ້າ, ບໍ່ແຮ່, ທາງລົດໄຟ, ທາງດ່ວນ ແລະ ຫົວໜ່ວຍວິສາຫະກິດອື່ນໆ ທີ່ເປັນລັກສະນະຍຸດທະສາດ ພ້ອມທັງສ້າງກົນໄກ ຕິດຕາມ, ກວດກາ ຜູ້ສະໜອງສິນຄ້າ ແລະ ບໍລິການ ຕໍ່ຫົວໜ່ວຍທຸລະກິດດັ່ງກ່າວ;

6). ເພີ່ມທະວີວຽກງານການບັງຄັບໃຊ້ກົດໝາຍ, ເປັນຕົ້ນ ການປະຕິບັດກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ, ອາກອນຊົມໃຊ້ ແລະ ອາກອນລາຍໄດ້ ພ້ອມທັງຕິດຕາມເລັ່ງທວງໜີ້ຄ້າງມອບ ເພື່ອດຳເນີນມາດຕະການ ຕາມລະບຽບກົດໝາຍກຳນົດໄວ້;

7). ປະສານສົມທົບ ໃນການເຊື່ອມຕໍ່ຖານຂໍ້ມູນ TaxRIS ກັບລະບົບຖານຂໍ້ມູນຂອງພາກສ່ວນກ່ຽວຂ້ອງເຊັ່ນ: ຖານຂໍ້ມູນຕອນດິນຂອງກົມທີ່ດິນ, ຖານຂໍ້ມູນແຮງງານ, ຖານຂໍ້ມູນການສົ່ງອອກແຮ່ທາດ ແລະ ອື່ນໆ; ຄຸ້ມຄອງຈັດເກັບອາກອນຈາກການຄ້າດິຈິຕອນ, ເປັນຕົ້ນ Facebook, Whatsapp, Youtube, Agoda, food panda ລວມທັງການຄ້າຂາຍອອນລາຍ ຈາກບຸກຄົນ, ນິຕິບຸກຄົນພາຍໃນ ແລະ ຕ່າງປະເທດ.