ໄຟຟ້າລາວ ສາຂາ ນວ 2 ກະກຽມຄວາມພ້ອມສະໜອງໄຟ ກອງປະຊຸມສຸດຍອດອາຊຽນ

31

ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫຼວງ 2 ມີ ຄວາມພ້ອມ 100% ໃນການສະໜອງໄຟຟ້າຮັບຮອງກອງປະຊຸມສຸດຍອດອາຊຽນ ພ້ອມທັງໄດ້ກະກຽມຄວາມພ້ອມໃນການແກ້ໄຂເຫດສຸກເສີນທີ່ອາດເກີດຂຶ້ນ.

อาจเป็นรูปภาพของ 1 คน

ທ່ານ ເພັດສະໝອນ ວັນທາ ຫົວໜ້າສາຂາໄຟຟ້ານະຄອນຫຼວງ 2 ລັດວິສາຫະກິດໄຟຟ້າລາວ ກ່າວວ່າ: ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫຼວງ 2 ແມ່ນສາຂາໜຶ່ງທີ່ຂຶ້ນກັບຝ່າຍຄຸ້ມຄອງລະບົບໄຟຟ້າພາກກາງ ລັດວິສາຫະກິດໄຟຟ້າລາວ. ການດຳເນີນທຸລະກິດຂອງສາຂາ ແມ່ນມີຄວາມຮັບຜິດຊອບໃນການສະໜອງພະລັງງານໄຟຟ້າຮັບໃຊ້ສັງຄົມ ໂດຍການຄຸ້ມຄອງລະບົບໄຟຟ້າໃຫ້ມີສະຖຽນລະພາບ, ໝັ້ນຄົງ ແລະ ຈຳກັດໄດ້ຈຳນວນໄຟຕົກ – ໄຟມອດ, ບໍລິການສະໜອງພະລັງງານໄຟຟ້າໃຫ້ພຽງພໍ,ວ່ອງໄວມີຄວາມປອດໄພ ແລະ ໄດ້ຮັບຄວາມໄວ້ວາງໃຈຈາກສັງຄົມ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ທັງດ້ານປະລິມານ ແລະ ຄຸນນະພາບ.

อาจเป็นรูปภาพของ 2 คน และ ข้อความ

ລັດວິສາຫະກິດໄຟຟ້າລາວສາຂານະຄອນຫຼວງ 2 ຄຸ້ມຄອງ: ວຽກການບໍລິການ ປະກອບດ້ວຍ 5 ເມືອງນອກຂອງນະຄອນຫຼວງວຽງຈັນຄື: ເມືອງໄຊທານີ,ຫາດຊາຍຟອງ, ສັງທອງ, ນາຊາຍທອງ ແລະ ເມືອງປາກງື່ມ; ມີ 8 ສະຖານີໃນການຄຸ້ມຄອງຄື: ສະຖານີໂຄກສະອາດ, ສະຖານີວຽງແກ້ວ, ສະຖານີນາຊາຍທອງ, ສະຖານີດົງໂພສີ, ສະຖານີທ່ານາແລ້ງ, ສະຖານີທ່າສະ ຫວ່າງ,ສະຖານີວີຕ້າປາກແລະ ສະຖານີນາບົງ.

ພ້ອມນີ້ ກໍຄຸ້ມຄອງສາຍສົ່ງ ໄຟຟ້າແຮງສູງ 230 ກວ ລວງຍາວ 303,73 ກິໂລແມັດ/ວົງຈອນ, ໄຟຟ້າແຮງສູງ 115 ກວ ລວງຍາວ 357 ກິໂລແມັດ/ວົງຈອນ, ໄຟຟ້າແຮງກາງ 22 ກວ ລວງຍາວ 2.251 ກິໂລແມັດ/ວົງຈອນ, ໄຟຟ້າແຮງຕໍ່າ 0,4 ກວ ຍາວ 1.922 ກິໂລແມັດ/ວົງຈອນ, ໝໍ້ແປງ 22/0,4kv ຈຳນວນ 4.586 ໜ່ວຍ, ໝໍ້ນັບໄຟໃນການຄຸ້ມຄອງທັງໝົດ 207.643 ລູກຄ້າ.

อาจเป็นรูปภาพของ โรงกลั่นน้ำมัน

ໃນປີ 2024 ນີ້ ສ ປ ປ ລາວ ໄດ້ຮັບກຽດເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນ ທາງສາຂານະຄອນຫຼວງ 2 ແມ່ນໄດ້ມີຄວາມພ້ອມໃນການສະໜອງພະລັງງານໄຟຟ້າໃຫ້ກັບບັນດາກອງປະຊຸມທີ່ປິ່ນອ້ອມຕ່າງໆນັ້ນ ໂດຍສະເພາະສະຖານທີ່ທີ່ສຳຄັນເຊັ່ນ: ສະຖານທີ່ຈັດກອງປະຊຸມ, ສະຖານທີ່ພັກເພື່ອຮັບຮອງບັນດາແຂກທີ່ເຂົ້າມາຮ່ວມກອງປະຊຸມ ແລະ ສະຖານທີ່ສຳຄັນອື່ນໆ. ທາງສາຂາ ນວ2 ພວກເຮົາໄດ້ປັບປຸງລະບົບການສະໜອງພະລັງງານໄຟຟ້າເຂົ້າໃນນະຄອນຫຼວງວຽງຈັນປະກອບດ້ວຍ ພາກສາຍສົ່ງໄຟຟ້າແຮງສູງ ແລະ ສະຖານີດັ່ງນີ້:

1. ສ້ອມແປງ, ປ່ຽນຖ່າຍ ອຸປະກອນເປເພ, ເສຍຫາຍເປັນຕົ້ນແມ່ນ ດອກກັນໄຟທີ່ແຕກ, ສາຍດິນຂາດ ເສີມສາຍດິນທີ່ມີຄ່າຄວາມຕ້ານສູງ ແລະ ໃສ່ເຫຼັກສານເສົາທີ່ເສຍຈາກກຸ່ມຄົນບໍ່ຫວັງດີລັກໄປ ຈາກສະຖານີ ໂຄກສະອາດ ແລະ ສະຖານີນາຊາຍທອງ;
2. ຕັດຕົ້ນໄມ້ທີ່ມີຄວາມສ່ຽງຕາມກ້ອງແລວສາຍສົ່ງ ແຮງດັນ 115 ກວ, 230 ກວ ທີ່ສົ່ງພະລັງງານໃຫ້ກັບ2 ສະຖານນີຫຼັກ ຄື ໂຄກສະອາດ ແລະ ສະຖານີນາຊາຍທອງ;

3. ບໍາລຸງຮັກສາອຸປະກອນສະຖານີໄຟຟ້າທີ່ນອນຢູ່ໃນ ຄວາມຮັບຜິດຊອບໃຫ້ມີຄວາມພ້ອມ ສົ່ງ-ຈ່າຍ ພະລັງງານໄຟຟ້າເປັນປົກກະຕິ ເຊັ່ນ: ກວດກາສະພາບບັນດາອຸປະກອນສະຖານີເປັນຕົ້ນກວດກາຈຸດຕໍ່ອຸປະກອນຕ່າງໆ, ວັດແທກອຸນຫະພູມຄວາມຮ້ອນກວດຄ່າ ຄວາມຕ້ານລະບົບສາຍດິນ;ກວດພາກລະບົບໄຟລ້ຽງ AC DC ໄຟສຳຮອງພາຍໃນສະຖານີ Battery, Charger ປ່ຽນຖ່າຍອຸປະກອນເປເພ, ເກົ່າແກ່ ເປັນຕົ້ນ ແມ່ນໜ່ວຍລະບົບປ້ອງກັນ ຂອງສະຖານີວຽງແກ້ວ ແລະ ສະຖານີທີ່ນຳສົ່ງພະລັງງານມາໃຫ້ສະຖານີວຽງແກ້ວ.

ສ່ວນພາກລະບົບຈຳໜ່າຍແມ່ນ ສ້ອມແປງ, ບຳລຸງຮັກສາ, ອະນາໄມ ແລະ ກວດກາຈຸດເຊື່ອມຕໍ່ຂອງລະບົບສົ່ງໄຟຟ້າທີ່ສົ່ງອອກຈາກສະຖານີວຽງແກ້ວ ຫາ ຫໍປະຊຸມແຫ່ງຊາດ ເພື່ອເປັນສາຍແຈກສຳຮອງ ໃນກໍລະນີສະຖານີໂພນຕ້ອງນຳສົ່ງພະລັງງານເຂົ້າຫໍປະຊຸມ ບໍ່ໄດ້; ກໍ່ສ້າງສາຍຕາຂ່າຍໃໝ່ຈຳນວນ 2 ຈຸດ ມີຄວາມຍາວ 1,5 ກິໂລແມັດຈາກ ບ້ານນາທົ່ມຫາ ກໍພັກຊີເກມ ແລະ ສາຍແຈກບ້ານພະຂາວ ພ້ອມທັງປົດ Load ທີ່ເຫັນວ່າມີການນຳໃຊ້ພະລັງງານເປັນຈຳນວນຫຼາຍ ຈາກຕາຂ່າຍສາຍສົ່ງທີ່ອອກຈາກສະຖານນີວຽງແກ້ວ ຫາຫໍປະຊຸມແຫ່ງຊາດ ມານໍາໃຊ້ພະລັງງານໃນຕາຂ່າຍໃໝ່ທີ່ກໍ່ສ້າງສຳເລັດ ເພື່ອຫຼຸດຜ່ອນ Load ຈາກສາຍແຈກດັ່ງກ່າວ.

ນອກນັ້ນຍັງໄດ້ມີການກະກຽມພະນັກງານວິຊາການບັນຈຸເຂົ້າແຕ່ລະໜ້າວຽກ ພ້ອມທັງມີການຝຶກອົບຮົມເພື່ອກະກຽມຮັບມືກັບເຫດການສຸກເສີນຕ່າງໆ ທີ່ເກີດຂຶ້ນ ເພື່ອຮັບປະກັນການສະໜອງໄຟໄດ້ຢ່າງປົກກະຕິ.