ປີ 2023 ນັກທ່ອງທ່ຽວສາກົນ ມາທ່ຽວຫຼວງພະບາງ 7 ແສນກວ່າຄົນ

30

ພິທີຖະແຫຼງຂ່າວ ກະກຽມເປີດປີທ່ອງທ່ຽວລາວ 2024 ຂອງແຂວງຫຼວງພະບາງ ແລະ ສະເຫຼີມສະຫຼອງ ຫຼວງພະບາງ ເຂົ້າເປັນເມືອງມໍລະດົກໂລກ ຄົບຮອບ 28 ປີ ຈັດຂຶ້ນໃນວັນທີ 15 ມັງກອນ 2024 ທີ່ແຂວງຫຼວງພະບາງ.

อาจเป็นรูปภาพของ 1 คน, แท่นบรรยาย และ ข้อความ

ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ ໄດ້ກ່າວວ່າ: ແຂວງ ຫຼວງພະບາງ ໄດ້ມີການຫ້າງຫາກະກຽມຈັດກິດຈະກໍາຕ່າງໆ ເລີ່ມແຕ່ເດືອນຕຸລາ 2023 ເປັນຕົ້ນມາ ຈົນຮອດເດືອນທັນວາ 2024 ປະກອບມີ 9 ແຜນງານ ປະກອບມີ 41 ກິດຈະກຳ. ໃນນີ້, ມີ 7 ກິດຈະກໍາສຳຄັນປະກອບມີ: ພິທີສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024, ບຸນໄຫຼເຮືອໄຟ, ສັບປະດາວັດທະນະທໍາ ແລະ ທ່ອງທ່ຽວບັນດາແຂວງພາກຕາເວັນຕົກສ່ຽງເໜືອ ແລະ ນະຄອນໂຮ່ຈິມິນ ສສ ຫວຽດນາມ, ງານງາມແທ້ໂອ້ຫຼວງພະບາງ ຄັ້ງທີ 2 ທີ່ສະທ້ອນໃຫ້ເຫັນຄວາມເປັນຫຼວງພະບາງ, ເທສະການອາຫານພື້ນເມືອງ,ງານວາງສະແດງສິນຄ້າຫັດຖະກຳ, ແລະ ອື່ນໆ.

อาจเป็นรูปภาพของ 4 คน และ วัด

ໃນປີ 2023 ມີນັກທ່ອງທ່ຽວເຂົ້າມາທ່ຽວຊົມຫຼວງພະບາງ ທັງໝົດ 1.029.698 ເທື່ອຄົນ ຖ້າທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 491.979 ເທື່ອຄົນ. ໃນນີ້, ມີນັກທ່ອງທ່ຽວພາຍໃນ 265.102 ເທື່ອຄົນ ທຽບໃສ່ປີທີ່ຜ່ານມາ ຫລຸດລົງ 15.721 ເທື່ອຄົນ ແລະ ນັກທ່ອງທ່ຽວສາກົນ 764.596 ເທື່ອຄົນ ເພີ່ມຂຶ້ນ 507.700 ເທື່ອຄົນ; ສະເລ່ຍຄ່າໃຊ້ຈ່າຍຂອງນັກທ່ອງທ່ຽວໄດ້ທັງໝົດ 559 ລ້ານກວ່າໂດລາສະຫະລັດ, ທຽບໃສ່ປີທີ່ຜ່ານມາ ເພີ່ມຂຶ້ນ 340 ລ້ານກວ່າໂດລາສະຫະລັດ.

อาจเป็นรูปภาพของ 7 คน, จักรยาน, ถนน และ ถนน

ຄາດໝາຍປີ 2024 ຈະດຶງດູດນັກທ່ອງທ່ຽວ ເຂົ້າມາທ່ອງທ່ຽວຫຼວງພະບາງ ຄາດໄວ້ມີ 2 ລະດັບ ຄື: ລະດັບກາງ 1,1 ລ້ານກວ່າເທື່ອຄົນ ແລະ ລະດັບສູງ 1,7 ລ້ານ ກວ່າເທື່ອຄົນ. ໃນນັ້ນ ນັກທ່ອງທ່ຽວພາຍໃນ 182.560 ເທື່ອຄົນ (ລະດັບກາງ) ແລະ 373.259 ເທື່ອຄົນ (ລະດັບສູງ), ນັກທ່ອງທ່ຽວຕ່າງປະເທດ 942.573 ເທື່ອຄົນ (ລະດັບກາງ) ແລະ 1,4 ລ້ານ ກວ່າເທື່ອຄົນ (ລະດັບສູງ), ສ້າງລາຍຮັບຄາດໄວ້ມີ 2 ລະດັບ ຄື: ລະດັບກາງ 645 ລ້ານກວ່າໂດລາສະຫະລັດ ແລະ ລະດັບສູງ ເກືອບ 1 ຕື້ ໂດລາສະຫະລັດ.

ປັດຈຸບັນ, ທົ່ວແຂວງມີແຫຼ່ງທ່ອງທ່ຽວທັງໝົດ 228 ແຫ່ງ. ໃນນັ້ນ, ແຫຼ່ງທ່ອງທ່ຽວທຳມະຊາດ 111 ແຫ່ງ, ວັດທະນະທຳ 78 ແຫ່ງ ແລະ ປະຫວັດສາດ 39 ແຫ່ງ. ສະຖານທີ່ທ່ອງທ່ຽວທີ່ໄດ້ເປີດບໍລິການ ໃຫ້ແຂກເຂົ້າໄປທ່ຽວຊົມມີ 158 ແຫ່ງ, ທົ່ວແຂວງມີ ບໍລິສັດທ່ອງທ່ຽວ 106 ບໍລິສັດ, ມີໂຮງແຮມ-ລີສອດ 100 ແຫ່ງ, ມີຫ້ອງນອນ 2.732 ຫ້ອງ, ຕຽງນອນ 5.579 ຕຽງ; ເຮືອນພັກ 416 ຫລັງ, ຮ້ານອາຫານ 384 ຮ້ານ, ຮ້ານບັນເທີງ ແລະ ຄາລາໂອເກະ 45 ຮ້ານ, ຮ້ານນວດ-ສະປາ 41 ຮ້ານ ແລະ ພະນັກງານນຳທ່ຽວ 768 ຄົນ ( ຍິງ 162 ຄົນ ).