ແລກປ່ຽນບົດຮຽນການປູກພືດລະດູແລ້ງ

26

ກອງປະຊຸມພົບປະແລກປ່ຽນບົດຮຽນວຽກງານການປູກພືດລະດູແລ້ງ ລະຫວ່າງ ເມືອງຊຽງຮ່ອນ ກັບ ເມືອງແກ່ນທ້າວ ແຂວງໄຊຍະບູລີ ມີຂຶ້ນໃນວັນທີ 12 ມັງກອນ 2024 ທີ່ຫ້ອງປະຊຸມຫ້ອງວ່າການເມືອງຊຽງຮ່ອນ.

อาจเป็นรูปภาพของ 12 คน และ รถจักรยานยนต์

ໂດຍການຕ້ອນຮັບຂອງ ທ່ານ ແສງອາທິດ ລາວເບຼຍຢາທໍ່ ຮອງເຈົ້າເມືອງຊຽງຮ່ອນ, ມີທ່ານ ສີຄານ ແກ່ນມະນີ ຮອງເຈົ້າເມືອງແກ່ນທ້າວ ພ້ອມດ້ວຍທີມງານຈາກສອງເມືອງເຂົ້າຮ່ວມ.

ໃນການພົບປະແລກປ່ຽນບົດຮຽນວຽກງານການປູກພືດລະດູແລ້ງໃນຄັ້ງນີ້ 2 ເມືອງ ໄດ້ລາຍງານສະພາບລວມຂອງເມືອງ. ຈາກນັ້ນ ທ່ານ ສົມບູນ ໄຊວຸດ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໄດ້ລາຍງານການປູກພືດລະດູແລ້ງປະຈຳສົກປີ 2023-2024 ຢູ່ເມືອງຊຽງຮ່ອນ ວ່າ: ປີ2023 ມີເນື້ອທີ່ການປູກພືດລວມທັງໝົດ11.767 ເຮັກຕາ ໃນນັ້ນເນື້ອທີ່ປູກເຂົ້າລວມມີ 5.096 ເຮັກຕາ ຜົນຜະລິດທັງໝົດ 22.995 ໂຕນ ທຽບໃສ່ປີຜ່ານມາເພີ່ມຂຶ້ນ 2.955ໂຕນ ເທົ່າກັບ 14,75%; ເນື້ອທີ່ປູກພືດເສດຖະກິດ 7.106 ເຮັກຕາ ຜົນຜະລິດທັງໝົດ 145.148 ໂຕນ; ເນື້ອທີ່ປູກພືດບໍລິໂພກ 532ເຮັກຕາ ຜົນຜະລິດທັງໝົດ 3.742 ໂຕ; ມີເນື້ອທີ່ປູກຢາງພາລາ 6.817 ເຮັກຕາ, ເນື້ອທີ່ໃຫ້ຜົນຜະລິດ 4.333 ເຮັກຕາ ຜົນຜະລິດທັງໝົດ 19.542.

อาจเป็นรูปภาพของ คะน้าฝรั่ง

ມາເຖິງປັດຈຸບັນພວມສຸມໃສ່ການຜະລິດລະດູແລ້ງຢ່າງເປັນຂະບວນຟົດຟື້ນ ມີເນື້ອທີ່ແຜນການປູກພືດລະດູແລ້ງທັງໝົດ 1.250 ເຮັກຕາ ຄາດຄະເນຜົນຜະລິດ 15.880 ໂຕນ, ເຂົ້ານາແຊງ 350 ເຮັກຕາ, ພືດເສດຖະກິດ 500 ເຮັກຕາ ໝາກໂມ 250 ເຮັກຕາ ແລະ ຖົ່ວເຫຼືອງ 250 ເຮັກຕາ ແລະ ປູກພືດໄວ້ບໍລິໂພກພາຍໃນ 400 ເຮັກຕາ.

ທ່ານຍັງໄດ້ຍົກໃຫ້ເຫັນ ວິທີການຈັດຕັ້ງປະຕິບັດໂດຍໄດ້ແຕ່ງຕັ້ງຄະນະກຳມະການຊຸກຍູ້ການປູກພືດລະດູແລ້ງຂັ້ນເມືອງ, ເຊັນສັນຍາຂັ້ນເມືອງ, ຂັ້ນບ້ານ, ແບ່ງປັນຂອບເຂດການສົ່ງເສີມການຜະລິດ.

ຈາກນັ້ນຜູ້ເຂົ້າຮ່ວມໄດ້ຍັງພ້ອມກັນປະກອບຄຳຄິດຄໍາເຫັນຕໍ່ກັບວຽກງານການປູກພືດລະດູແລ້ງ ເປັນຕົ້ນແມ່ນ ຂັ້ນຕອນການກະກຽມ, ການຊຸກຍູ້ສົ່ງເສີມ ແລະຂັ້ນຕອນການຈັດຕັ້ງປະຕິບັດດ້ານຕ່າງໆຂອງການປູກພືດລະດູແລ້ງລະຫວ່າງສອງເມືອງຢ່າງກົງໄປກົງມາ.

ໃນໂອກາດດຽວກັນທາງທີມງານຍັງໄດ້ໄປທັດສະນະທ່ຽວຊົມການປູກພືດລະດູແລ້ງ ແລະ ສະຖານທີ່ທ່ອງທ່ຽວຂອງເມືອງຊຽງຮ່ອນອີກດ້ວຍ.

ໂດຍ: ຖວທ ເມືອງຊຽງຮ່ອນ