ກຕສ ຕ້ອງເລັ່ງພັດທະນາລະບົບ ເຊື່ອມໂຍງຂໍ້ມູນພາກລັດ ປັບປຸງເຕັກນິກມີສະຖຽນລະພາບ

51

ຮອງນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ກະຊວງເຕັກໂນໂລຊີ ແລະ ການສື່ສານ ( ກຕສ ) ຕ້ອງເລັ່ງພັດທະນາລະບົບເຊື່ອມໂຍງຂໍ້ມູນພາກລັດ; ເອົາໃຈໃສ່ ສືບຕໍ່ສ້າງ ແລະ ປັບປຸງພື້ນຖານໂຄງລ່າງ ເຕັກນິກມີສະຖຽນລະພາບ; ເຮັດໃຫ້ການນໍາໃຊ້ເຕັກໂນໂລຊີດິຈິຕອນ ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ຕາມແນວທາງການຫັນເປັນສັງຄົມດິຈິຕອນຢ່າງເປັນຂະບວນ.

ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ກ່າວຕໍ່ກອງປະຊຸມວຽກງານເຕັກໂນໂລຊີ ແລະ ການສື່ສານ ປະຈໍາປີ 2023 ບາງຕອນວ່າ: ເພື່ອປະຕິບັດຕາມ ແຜນຍຸດທະສາດການພັດທະນາເສດຖະກິດ-ສັງຄົມ ໃນໄລຍະ 10 ປີ (2016-2025) ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ (2021-2025) ແລະ ແຜນຍຸດທະສາດການພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ ໄລຍະ 10 ປີ (2021-2030), ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ 5 ປີ (2021-2025) ກໍຄືການຈັດຕັ້ງປະຕິບັດຄໍາຂວັນຂອງກອງປະຊຸມຄັ້ງນີ້ໃຫ້ເປັນຈິງ,

ທ່ານກ່າວຕື່ມວ່າ: ກະຊວງເຕັກໂນໂລຊີ ແລະ ການສື່ສານ ຕ້ອງສືບຕໍ່ ຍົກສູງບົດບາດການຄຸ້ມຄອງມະຫາພາກ ແລະ ພັດທະນາ ນຳໃຊ້ພື້ນຖານໂຄງລ່າງຍຸດທະສາດໃຫ້ມີປະສິດທິຜົນດີ ໃນສະເພາະໜ້ານີ້ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຕ້ອງໄດ້ເອົາໃຈໃສ່ບາງດ້ານດັ່ງນີ້:

1). ປັດຈຸບັນ ກະຊວງ ໄດ້ກຳນົດ ວິໄສທັດຮອດປີ 2040, ແຜນຍຸດທະສາດຮອດປີ 2030 ແລະ ແຜນພັດທະນາ 5 ປີ (2021-2025) ເຊິ່ງໄດ້ເລີ່ມປະຕິບັດມາແລ້ວ 3 ປີ ແລະ ໄດ້ສ້າງພື້ນຖານສໍາຄັນໃຫ້ແກ່ການຫັນເປັນດິຈິຕອນຂອງປະເທດເຮົາ. ສະນັ້ນ ເຫັນວ່າພວກເຮົາເລືອກເສັ້ນທາງທີ່ຖືກຕ້ອງແລ້ວ, ນີ້ແມ່ນບາດລ້ຽວສໍາຄັນທີ່ສຸດ ຂໍໃຫ້ສືບຕໍ່ຢ່າງຕັ້ງໜ້າ ແລະ ເຂັ້ມແຂງ ເພື່ອບັນລຸຄາດໝາຍທີ່ວາງໄວ້;

2). ເອົາໃຈໃສ່ການແບ່ງຂັ້ນຄຸ້ມຄອງ ວຽກງານເຕັກໂນໂລຊີ ແລະ ການສື່ສານ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ໃຫ້ຊັດເຈນ ແລະ ມີຄວາມເອກະພາບກັນ;

3). ຕ້ອງເລັ່ງສ້າງ, ປັບປຸງກົດໝາຍ ແລະ ບັນດານິຕິກໍາ ລຸ່ມກົດໝາຍ ດ້ານໄປສະນີ, ໂທລະຄົມມະນາຄົມ ແລະ ອິນເຕີເນັດ ໃຫ້ຄົບຖ້ວນ ທັນກັບສະພາບການໃໝ່ ພ້ອມທັງໂຄສະນາເຜີຍແຜ່ ແລະ ບັງຄັບໃຊ້ໃຫ້ໄດ້ຮັບຜົນດີ;

4). ເອົາໃຈໃສ່ ສືບຕໍ່ສ້າງ ແລະ ປັບປຸງພື້ນຖານໂຄງລ່າງ ເຕັກນິກມີສະຖຽນລະພາບ, ຄວາມໄວສູງ ແລະ ປອດໄພ ເພື່ອຮອງຮັບເຕັກໂນໂລຊີໃໝ່ ເຊັ່ນ : ຖານຂໍ້ມູນໃຫຍ່ (Bigdata), ກຸ່ມຂໍ້ມູນຜູກພັນ (Block Chain), ລະບົບສັນຍານ 5G ເຫຼົ່ານີ້ເປັນຕົ້ນ. ແຕ່ອັນສໍາຄັນຍິ່ງ ແມ່ນເຮັດແນວໃດ ຈະກະຕຸ້ນການນຳໃຊ້ເຕັກໂນໂລຊີ ດິຈິຕອນ ໃຫ້ກວ້າງ ຂວາງ ແລະ ທົ່ວເຖິງ ແຕ່ສູນກາງລົງຮອດທ້ອງຖິ່ນ, ເຂດຫ່າງໄກສອກຫຼີກ, ໂດຍສະເພາະ ເຂດຈຸດສຸມພັດທະນາຂອງລັດຖະບານ, ເປັນຈຸດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ທີ່ໜ້າເຊື່ອຖື ຕາມນະໂຍບາຍຫັນເປັນປະເທດບໍລິການທາງຜ່ານ (Land link); ການກວດກາ-ຢັ້ງຢືນ ມາດຕະຖານເຕັກນິກອຸປະກອນໂທລະຄົມ ໃຫ້ສອດຄ່ອງກັບສາກົນ, ມາດຕະຖານຄຸນນະພາບການໃຫ້ບໍລິການດ້ວຍລາຄາທີ່ເປັນທຳແກ່ຜູ້ຊົມໃຊ້; ການຄຸ້ມຄອງຄື້ນຄວາມຖີ່ວິທະຍຸສື່ສານໃຫ້ເຂັ້ມງວດ ບໍ່ໃຫ້ມີຄື້ນແຊກແຊງຈາກຕ່າງປະເທດ; ລະດົມການລົງທຶນຈາກສັງຄົມດ້ວຍການໃຫ້ເອກະຊົນທັງພາຍໃນ ແລະ ຕ່າງປະເທດມາລົງທຶນດ້ວຍຮູບແບບຕ່າງໆໃຫ້ຫຼາຍ, ມີປະສິດທິຜົນກວ່າເກົ່າ ແລະ ລາຄາຖືກລົງ;

5). (Government Data Exchange) ເພື່ອແລກປ່ຽນ ແລະ ລວມສູນຂໍ້ມູນພາກລັດ, ລະບົບຂໍ້ມູນເປີດພາກລັດ (Open Government Data) ເພື່ອໃຫ້ທຸກພາກສ່ວນສາມາດນຳໃຊ້ເພື່ອພັດທະນາບໍລິການໃຫ້ປະຊາຊົນ,ລວມທັງລະບົບ Dashboard ເພື່ອເປັນມາດຕະຖານໃນການບໍລິຫານຂໍ້ມູນສະຖິຕິພາກລັດ ໃຫ້ເປັນເອກະພາບໂດຍໄວ;

6). ເອົາໃຈໃສ່ພັດທະນາບຸກຄະລາກອນ ດ້ານດິຈິຕອນ ໃຫ້ເປັນລະບົບ, ມີທັງຄຸນນະພາບ ແລະ ປະລິມານ; ເລັ່ງປັບປຸງພື້ນຖານໂຄງລ່າງທີ່ຈຳເປັນໃຫ້ສະຖາບັນ ເຕັກໂນໂລຊີ ແລະ ການສື່ສານ ມີຫຼັກສູດ ແລະ ມີສິ່ງອໍານວຍ ຄວາມສະດວກ ໃຫ້ແກ່ການຮຽນ-ການສອນ ເພື່ອເຮັດໃຫ້ສະຖາບັນນີ້ ເປັນບ່ອນຝຶກ ແລະ ສ້າງວິຊາການ ດິຈິຕອນ ໃນລະດັບຕ່າງໆໃຫ້ທຸກຂະແໜງການ ແລະ ສັງຄົມ;

7). ສືບຕໍ່ ຊຸກຍູ້ບັນດາບໍລິສັດ ລັດວິສາຫະກິດ ດ້ານໄປສະນີ, ໂທລະຄົມມະນາຄົມ ແລະ ອິນເຕີເນັດ ຍົກລະດັບ ແລະ ຂະຫຍາຍເຄືອຂ່າຍ ເຕັກນິກ ແລະ ລະບົບການບໍລິການ ທີ່ມີຄວາມສາມາດແຂ່ງຂັນກັນສູງຂຶ້ນ ໃຫ້ສາມາດຂະຫຍາຍທຸລະກິດໄປຕ່າງປະເທດໃນອະນາຄົດ.