ກະຊວງການເງິນ ກຳນົດ 9 ມາດຕະການ ຈັດເກັບລາຍຮັບ ປີ 2024

54

ກະຊວງການເງິນ ກຳນົດ 9 ມາດຕະການ ໃນການຈັດເກັບລາຍຮັບເຂົ້າງົບປະມານ ປີ2024 ໂດຍສຸມໃສ່ເພີ່ມທະວີການກວດກາ, ຕ້ານ, ສະກັດກັ້ນການລັກລອບໜີພາສີ, ການຄ້າຂາຍເຖື່ອນ, ຄຸ້ມຄອງການນຳເຂົ້າ – ສົ່ງອອກສິນຄ້າທີ່ເປັນສະກຸນເງິນຕາຕ່າງປະເທດ; ຂະຫຍາຍຖານລາຍຮັບ ດ້ວຍລະບົບຖານຂໍ້ມູນໃຫຍ່ລວມສູນທັນສະໄໝ ໃນຂອບເຂດທົ່ວປະເທດ.

อาจเป็นรูปภาพของ 1 คน และ แท่นบรรยาย

ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ ລາຍງານໃນກອງປະຊຸມສະຫຼຸບວຽກງານການເງິນທົ່ວປະເທດ ປະຈຳປີ 2023 ແລະ ທິດທາງ 2024 ວ່າ: ແຜນງົບປະມານແຫ່ງລັດ ປະຈຳປີ 2024 ແມ່ນເກັບລາຍຮັບ ໃຫ້ໄດ້ທັງໝົດ 50.107 ຕື້ກີບ ຫຼື ປະມານ 17% ຂອງ GDP.ກີບ. ສ່ວນລາຍຈ່າຍທັງໝົດ 58.914 ຕື້ກີບ ຫຼື ປະມານ 20% ຂອງ GDP.

ເພື່ອໃຫ້ຄາດໝາຍດັ່ງກ່າວບັນລຸຕາມແຜນກະຊວງການເງິນ ຈຶ່ງວາງ 9 ມາດຕະການຈັດຕັ້ງປະຕິບັດໂດຍສະເພາະແມ່ນດ້ານລາຍຮັບງົບປະມານດັ່ງນີ້:

1). ສືບຕໍ່ນະໂຍບາຍສ້າງ ຄວາມເຂັ້ມແຂງໃຫ້ທ້ອງຖິ່ນ ຕາມທິດນໍາສາມສ້າງ ໃນການທົດລອງມອບຫົວໜ່ວຍທຸລະກິດທີ່ສູນກາງຄຸ້ມຄອງ ໃຫ້ບັນດາແຂວງ ທີ່ມີເງື່ອນໄຂຄຸ້ມຄອງຈັດເກັບ ເພື່ອກ້າວເປັນແຂວງກຸ້ມຕົນເອງ;

2). ສຸມໃສ່ລົງເລິກຊຸກຍູ້, ຕິດຕາມ ແລະ ກວດກາ ບັນດາຫົວໜ່ວຍທຸລະກິດ ແລະ ຫົວ ໜ່ວຍງົບປະມານ ທີ່ມີຖານລາຍຮັບແລ້ວເປັນຕົ້ນ: ການມອບພັນທະຂອງຫົວໜ່ວຍທຸລະກິດຂະໜາດໃຫຍ່ ທີ່ເປັນທ່າແຮງຢ່າງໜ້ອຍ 60 ຫົວໜ່ວຍ; ການປະຕິບັດພັນທະຂອງບັນດາຜູ້ຮັບເໝົາໂຄງການລົງທຶນຂະໜາດໃຫຍ່; ໄລ່ລຽງຫົວໜ່ວຍງົບປະມານທີ່ມີລາຍຮັບ ຄ່າທຳນຽມ, ຄ່າບໍລິການ ແລະ ກອງທຶນຂອງລັດ ໃຫ້ມອບລວມສູນ ແລະ ຄົບຖ້ວນ;

อาจเป็นรูปภาพของ ถนน และ ข้อความ

3). ເຈລະຈາສັນຍາຄືນ ໃນການຈັດເກັບລາຍຮັບ ອາກອນມູນຄ່າເພີ່ມ ຈາກຄ່າບໍລິການ ນໍາໃຊ້ທາງດ່ວນ ວຽງຈັນ-ວັງວຽງ ແລະ ຈາກການຂາຍປີ້ຜູ້ໂດຍສານ ແລະ ໃບບິນເກັບເງິນຈາກການຂົນສົ່ງສິນຄ້າເຄື່ອງຂອງ ຂອງທາງລົດໄຟລາວ-ຈີນ;

4). ຊຸກຍູ້ການປັບອັດຕາ ອາກອນມູນຄ່າເພີ່ມ ຈາກ 7% ມາເປັນ 10% ເປັນລັດຖະບັນຍັດຂອງປະທານປະເທດ ໃຫ້ສາມາດຈັດຕັ້ງປະຕິບັດ ໃນຕົ້ນປີ 2024 ແລະ ຕິດຕາມ ແລະ ກວດກາ ການເກັບອາກອນຊົມໃຊ້ ອັດຕາໃໝ່ ຕາມລັດຖະບັນຍັດ ສະບັບເລກທີ 003/ປປທ, ລົງວັນທີ 9 ຕຸລາ 2023 ໃຫ້ມີປະສິດທິຜົນ, ພ້ອມທັງ ເລັ່ງໃສ່ປັບປຸງ ແລະ ກວດກາຄືນການຈັດເກັບລາຍຮັບຈາກຫົວໜ່ວຍນໍາເຂົ້າສິນຄ້າ, ຂາຍສິນຄ້າ ແລະ ບໍລິການພາຍໃນປະເທດ;

5). ຄຸ້ມຄອງທຸລະກິດ ການຂົນສົ່ງ, ການຄ້າທາງດິຈິຕອນ, Platform (Facebook, Whatsapp, Youtube, Agoda,foodpanda) ລວມທັງການຄ້າຂາຍອອນລາຍ ຈາກບຸກຄົນ, ນິຕິບຸກຄົນພາຍໃນ ແລະ ຕ່າງປະເທດ ໂດຍສົມທົບກັບທະນາຄານແຫ່ງ ສປປ ລາວ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງປ້ອງກັນຄວາມສະຫງົບ ເພື່ອຂຶ້ນທະບຽນ ແລະ ປະຕິບັດພັນທະຢ່າງຖືກຕ້ອງ;

6). ເພີ່ມທະວີການກວດກາ, ຕ້ານ, ສະກັດກັ້ນການລັກລອບໜີພາສີ, ການຄ້າຂາຍເຖື່ອນ, ຄຸ້ມຄອງການນຳເຂົ້າ-ສົ່ງອອກ ສິນຄ້າທີ່ເປັນສະກຸນເງິນຕາຕ່າງປະເທດ ດ້ວຍການແຈ້ງພາສີເປັນລາຍລະອຽດ ແລະ ຊຳລະຜ່ານລະບົບທະນາຄານ, ພ້ອມທັງ ສ້າງກົນໄກການເຊື່ອມໂຍງຂໍ້ມູນການແຈ້ງພາສີບັນດາປະເທດອາຊຽນ ທີ່ເປັນພາຄີ ແລະ ສົມທຽບກັບລາຄາຊື້-ຂາຍຕົວຈິງ ຕາມຫຼັກການກຳນົດມູນຄ່າແຈ້ງພາສີ ຂອງອົງການການຄ້າໂລກ (GATT) ເພື່ອຮັບປະກັນການແຈ້ງມູນຄ່າສິນຄ້າເຄື່ອງຂອງໃຫ້ຖືກຕ້ອງ;

7). ປະສານສົມທົບກັບ ກະຊວງປ້ອງກັນຄວາມສະຫງົບ ແລະ ພາກສ່ວນທີ່ກ່ຽວຂ້ອງ ທ້ອນໂຮມຊັບສິນທີ່ໄດ້ຈາກການຍຶດ, ອາຍັດ ແລະ ສານຕັດສິນຮີບ ເພື່ອມອບເປັນຂອງລັດ ໃຫ້ຖືກຕ້ອງສອດຄ່ອງກັບກົດໝາຍ ແລະ ລະບຽບການ;

8). ຂະຫຍາຍຖານລາຍຮັບ ດ້ວຍລະບົບຖານຂໍ້ມູນໃຫຍ່ລວມສູນທັນສະໄໝ ໃນຂອບເຂດທົ່ວປະເທດ ເປັນຕົ້ນ: ຍົກລະດັບ ແລະ ພັດທະນາລະບົບຄຸ້ມຄອງສ່ວຍສາອາກອນທັນສະໄໝ (TaxRIS) ໃຫ້ກວມລວມໃນທຸກຂົງເຂດທີ່ມີການຄຸ້ມຄອງຈັດເກັບລາຍຮັບ ດ້ວຍການຫັນເອົາຫົວໜ່ວຍທຸລະກິດທີ່ມີທະບຽນເຄື່ອນໄຫວທຸລະກິດ ໃຫ້ເຂົ້າຢູ່ໃນຖານຄຸ້ມຄອງອາກອນທັນສະໄໝ, ຜ່ານລະບົບ TaxRIS ໃຫ້ກວມເອົາທັງໝົດ 148 ເມືອງໃນຂອບເຂດທົ່ວປະເທດ ແລະ 6 ເຂດເສດຖະກິດພິເສດ; ຫັນການຄຸ້ມຄອງເກັບລາຍຮັບ ຄ່າທຳນຽມທາງ, ພາສີທີ່ດິນ ແລະ ລາຍຮັບຈາກຊັບສິນຂອງລັດ ຢູ່ບັນດາເມືອງໃນຂອບເຂດທົ່ວປະເທດ ຜ່ານລະບົບທັນສະໄໝໃຫ້ໄດ້ຮ້ອຍສ່ວນຮ້ອຍ; ປັບປຸງການນໍາໃຊ້ໃບເກັບເງິນແບບເປັນເຈ້ຍ ໄປສູ່ແບບເອເລັກໂຕຣນິກ, ຄຸ້ມຄອງເກັບລາຍຮັບຈາກຄ່າທຳນຽມ ແລະ ຄ່າບໍລິການ ຂອງບັນດາຂະແໜງການ ດ້ວຍລະບົບ IPOS ເຊື່ອມຕໍ່ກັບລະບົບ TAXRIS ຊໍາລະເງິນຜ່ານລະບົບທະນາຄານ; ເຊື່ອມຕໍ່ຖານຂໍ້ມູນປະຕູດຽວ (NSWA+) ຫາຂະແໜງການທີ່ກ່ຽວຂ້ອງໃຫ້ ສໍາເລັດ 16 ດ່ານສາກົນ ທີ່ເຫຼືອໃນຂອບເຂດທົ່ວປະເທດ;

9). ເພີ່ມທະວີການກວດກາ, ຕິດຕາມ ບັນດາໂຄງການ ແລະ ວິສາຫະກິດທີ່ລັດຖະບານມີຮຸ້ນ ໃຫ້ໄດ້ຈັດຕັ້ງປະຕິບັດດໍາເນີນທຸລະກິດຕາມສັນຍາ, ພ້ອມທັງ ສືບຕໍ່ດຳເນີນການປະຕິຮູບລັດວິສາຫະກິດ ເພື່ອເປັນທ່າແຮງທີ່ສຳຄັນ ໃນການສ້າງລາຍຮັບເຂົ້າງົບປະມານໃຫ້ມີຄວາມຍືນຍົງ ຕາມແຜນທີ່ໄດ້ກໍານົດໄວ້.