ການພັດທະນາໂຄງການມະຫານະທີ ສີທັນດອນ ຄືບໜ້າຫຼາຍດ້ານ

25

ຕຶກອະເນກປະສົງແຄນຄູ່ ຫຼື ເອີ້ນວ່າ ຕຶກຕິບເຂົ້າ ໂຄງການເຂດພັດທະນາເສດຖະກິດໃໝ່ສີທັນດອນ ເລີ່ມກໍ່ສ້າງຕົ້ນປີ 2023 ຕາມແຜນຈະສຳເລັດພ້ອມເປີດໃຫ້ບໍລິການໃນທ້າຍປີ 2025.

ไม่มีคำอธิบายรูปภาพ

ທ່ານ ຄໍາພັນ ພົມມະທັດ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ພ້ອມຄະນະຈາກສູນກາງ ແລະ ທ້ອງຖິ່ນ ໄດ້ລົງເຄື່ອນໄຫວຢ້ຽມຢາມໂຄງການເຂດພັດທະນາເສດຖະກິດໃໝ່ສີທັນດອນ ໃນວັນທີ 13 ມັງກອນຜ່ານມານີ້ ທີ່ເມືອງໂຂງ ແຂວງຈໍາປາສັກ ໂດຍໃຫ້ກຽດຕ້ອນຮັບຂອງ ທ່ານ ຈາງສີ ( Zhang Qi ) ຮອງປະທານບໍລິສັດຮ່ວມພັດທະນາສີທັນດອນ ຈໍາກັດ ພ້ອມພະນັກງານບໍລິສັດດັ່ງກ່າວ.

อาจเป็นรูปภาพของ 13 คน และ ข้อความ

ທ່ານ ຈາງສີ ໄດ້ລາຍງານສະພາບລວມຂອງໂຄງການດັ່ງກ່າວໂດຍຫຍໍ້ວ່າ: ປັດຈຸບັນແຜນການດຳເນີນໂຄງການດັ່ງກ່າວກຳລັງຢູ່ໃນໄລຍະທີ 1 ມີ: ສ້າງໂຮງແຮມແຄນຄູ່ ຫຼື ຕຶກອະເນກປະສົງແຄນຄູ່ ລວມທັງກິດຈະກຳການບັນເທີງຄົບວົງຈອນ, ເຂດໝູ່ບ້ານຈັດສັນ, ການກໍ່ສ້າງພື້ນຖານໂຄງລ່າງເສັ້ນທາງສະຖານທີ່ຈອດລົດ, ນໍ້າປະປາ, ປັບປຸງສະຖານທີ່ທ່ອງທ່ຽວສວນອຸທິຍານນໍ້າຕົກຕາດຄອນພະເພັງ ແລະ ສົມພະມິດ (ຫຼີ່ຜີ), ສາງຄ່ຽນຖ່າຍສິນຄ້າປອດພາສີ, ເຂດລ້ຽງປາສະຫວາຍ ເພື່ອສົ່ງອອກຕ່າງປະເທດ ແລະ ເຂດກ້າເບ້ຍໄມ້ ເພື່ອນຳໄປປູກປະດັບໃນເຂດໂຄງການ.

ไม่มีคำอธิบายรูปภาพ

ສຳລັບຕຶກອະເນກປະສົງແຄນຄູ່ ຫຼື ເອີ້ນວ່າ ຕຶກຕິບເຂົ້າ ເປັນອາຄານ 15 ຊັ້ນ, ຊັ້ນໃຕ້ດິນມີ 2 ຊັ້ນ, ມີ ຄວາມສູງ 60,90 ແມັດ, ມີເນື້ອທີ່ປຸກສ້າງ 67.132,2 ຕາແມັດ. ຄາດຄະເນມູນຄ່າການລົງທຶນ 300 ລ້ານໂດລາ ເລີ່ມກໍ່ສ້າງຕົ້ນປີ 2023 ຈະໃຫ້ສຳເລັດພ້ອມເປີດໃຫ້ບໍລິການໃນທ້າຍປີ 2025.

ສໍາລັບໂຄງການທີ່ສໍາເລັດໄປແລ້ວ 100% ແມ່ນໂຄງການກໍ່ສ້າງໂຮງແຮມວິນລາ ເບວເມຣອນ ແລະ ເສັ້ນທາງເບຕົງອ້ອມດອນໂຂງໄລຍະທາງຍາວ 43 ກິໂລແມັດ, ການກໍ່ສ້າງກັນເຈື່ອນແຄມຂອງເຂດໂຄງການ 15 ກິໂລແມັດ.

ສ່ວນການກໍ່ສ້າງໂຮງແຮມ ບູຕິກ ຊຶ່ງໜ້າວຽກສໍາຄັນສໍາເລັດເປັນສ່ວນຫຼາຍແລ້ວ ປັດຈຸບັນຢູ່ໃນຂັ້ນຕອນຕົບແຕ່ງຄາດວ່າຈະສາມາດເປີດກິດຈະການໄດ້ກ່ອນປີໃໝ່ລາວ 2024 ນີ້, ລວມທັງສາງຄ່ຽນຖ່າຍສິນຄ້າທີ່ກໍາລັງກໍ່ສ້າງໃນໄລຍະທໍາອິດຈະໃຫ້ສໍາເລັດໃນເດືອນເມສາ 2024 ເຊັ່ນດຽວກັນ ແລະ ປັດຈຸບັນແມ່ນສຸມໃສ່ປັບປຸງໃນເຂດອຸທິຍານ ໂດຍສ້ອມແປງອາຄານທີ່ມີຢູ່ແລ້ວໃຫ້ມີຄວາມສົມບູນຂຶ້ນຕື່ມ, ໂຄງການໝູ່ບ້ານຈັດສັນກໍດໍາເນີນການກໍ່ສ້າງ ໂດຍໃນໄລຍະທໍາອິດແມ່ນດຳເນີນການກໍ່ສ້າງເຮືອນໃຫ້ແກ່ 30 ຄອບຄົວ, ໃນຈໍານວນທັງໝົດ 1.200 ຄອບຄົວ.

ໂຄງການທີ່ສຳຄັນໃນປີ 2024 ຄື: ໂຄງການລ້ຽງປາສະຫວາຍ ເພື່ອສົ່ງອອກ, ໂຄງການກໍ່ສ້າງສະໜາມກັອຟສີທັນດອນ, ກຸ່ມໂຮງແຮມ, ຮ້ານອາຫານແຄມແມ່ນໍ້າຂອງ ແລະ ໂຄງການອື່ນໆ.

/ໃນໂອກາດນີ້, ທ່ານ ຄໍາພັນ ພົມມະທັດ ຍັງໄດ້ລົງຢ້ຽມຢາມຊຸກຍູ້ພື້ນຖານໂຄງການພັດທະນາຂອງບໍລິສັດຮ່ວມພັດທະນາ ສີທັນດອນ ຈຳກັດ ຄື: ໂຄງການກໍ່ສາງບ້ານຈັດສັນ, ໜອງລ້ຽງປາສະຫວາຍ ແລະ ໂຄງການກໍ່ສ້າງໂຮງງານແປຮູບປາສະຫວາຍ, ໂຄງການກໍ່ສ້າງຕຶກຕິບເຂົ້າ, ເຮືອນພັກ ທ່ານ ຄຳໄຕ ສີທັນດອນ ຕື່ມອີກ.