ຕສ ແລະ ສຍລ ລົງນາມ ຮ່ວມມືພັດທະນາວຽກງານຫັນເປັນດິຈິຕອນ

22

ກະຊວງເຕັກໂນໂລຊີ ແລະ ການສື່ສານ ( ຕສ ) ຮ່ວມກັບ ສູນກາງສະຫະພັນແມ່ຍິງລາວ ( ສຍລ ) ລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືພັດທະນາວຽກງານຫັນເປັນທັນສະໄໝ ( ຫັນເປັນດິຈິຕອນ ) ໃນວັນທີ 12 ມັງກອນຜ່ານມາ ທີ່ຫໍປະຊຸມແຫ່ງຊາດ.

อาจเป็นรูปภาพของ 1 คน, แท่นบรรยาย และ ข้อความ
ໃຫ້ກຽດລົງນາມ ໂດຍທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ກັບ ທ່ານ ນາງ ອາລີ ວົງໜໍ່ບຸນທຳ ປະທານສູນກາງສະຫະພັນແມ່ຍິງລາວ; ມີບັນດາທ່ານຮອງລັດຖະມົນຕີ ກະຊວງ ຕສ, ຮອງປະທານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງກະຊວງ ຕສ ພ້ອມດ້ວຍແຂກຖືກເຊີນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

อาจเป็นรูปภาพของ 1 คน และ แท่นบรรยาย

ການລົງນາມໃນຄັ້ງນີ້ ເພື່ອເປັນບ່ອນອີງໃຫ້ແກ່ການຮ່ວມມືຂອງທັງສອງຝ່າຍ ໃນການສ້າງການພົວພັນຮ່ວມມື ແລະ ສ້າງກົນໄກການປະສານງານ, ແລກປ່ຽນຂໍ້ມູນ-ຂ່າວສານ ແລະ ການຫັນເປັນທັນສະໄໝ (ຫັນເປັນດິຈິຕອນ) ໂດຍສະເພາະແມ່ນວຽກງານສະຫະພັນແມ່ຍິງລາວເພື່ອສາມາດເຊື່ອມໂຍງບັນດາຂໍ້ມູນຕ່າງໆໄດ້ຢ່າງວ່ອງໄວ, ທັນເວລານັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ເພື່ອສາມາດປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງແມ່ຍິງ-ເດັກນ້ອຍ ແລະ ພັດທະນາແມ່ຍິງລາວ ໃນຂອບເຂດທົ່ວປະເທດ ໃຫ້ກາຍເປັນແມ່ຍິງດິຈິຕອນ (ບຸກຄະລາກອນດິຈິຕອນ) ໃຫ້ມີທັກສະ ແລະ ຄວາມຮູ້, ຄວາມສາມາດ ທີ່ແນ່ນອນທາງດ້ານ ຕສ ທີ່ທັນສະໄໝ ແລະ ສາມາດລຶບລ້າງ ການກືກດິຈິຕອນ, ສ້າງຄວາມເຂັ້ມແຂງວຽກອົງການຈັດຕັ້ງມະຫາຊົນ ເພື່ອໃຫ້ບັນລຸຕາມແຜນຍຸດທະສາດ ແລະ ແຜນພັດທະນາການຫັນເປັນດິຈິຕອນ 3 ເສົາຄໍ້າ: ລັດຖະບານ, ສັງຄົມ ແລະ ເສດຖະກິດດິຈິຕອນ ຕອບສະໜອງໄດ້ຕາມແນວທາງນະໂຍບາຍຂອງພັກ, ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ຂອງ ສປປ ລາວ.