ເງື່ອນໄຂ ແລະ ຮູບແບບຈັດການແຂ່ງຂັນບານເຕະ ລາວລີກ 2 ແລະ ການແຂ່ງຂັນມັດທະຍົມຕອນຕົ້ນ-ປາຍ ປີ 2024

69

ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ວາງເງື່ອນໄຂ ແລະ ຮູບແບບການຈັດການແຂ່ງຂັນບານເຕະ ລາວລີກ 2 ປະຈໍາປີ 2024 ແລະ ການແຂ່ງຂັນບານເຕະມັດທະຍົມຕອນຕົ້ນ-ຕອນປາຍ ໃນແຕ່ບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ຂຶ້ນຢ່າງເປັນທາງການໃນກອງປະຊຸມສະໄໝສາມັນຂອງ ສຕລ ເມື່ອທ້າຍເດືອນທັນວາ 2023 ທີ່ຜ່ານມາ.

ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ ກ່າວລາຍງານ ໃນກອງປະຊຸມດັ່ງກ່າວວ່າ: ມອບໝາຍໃຫ້ກັບ ສະຫະພັນບານເຕະແຕ່ລະແຂວງ ແລະ ນະຄອນຫຼວງວຽງຈັນ ສືບຕໍ່ຈັດການແຂ່ງຂັນບານເຕະ ລາວລີກ 2 ປະຈໍາປີ 2024 ແລະ ການແຂ່ງຂັນມັດທະຍົມຕອນຕົ້ນ-ປາຍ ປະຈໍາປີ 2024 ໂດຍວາງເງື່ອນໄຂ ແລະ ຮູບແບບດັ່ງນີ້:
1.ລາວລີກ 2 ປີ 2024:
-ມີ 18 ແຂວງ: 6 ສະໂມສອນເຂົ້າຮ່ວມຕໍ່ແຂວງ
-ຮູບແບບການແຂ່ງຂັນ: ແຂ່ງແບບລີກ ( ພົບກັນ 2 ຮອບຄື ຮອບຂາໄປ ແລະ ຮອບຂາກັບ )
-ງົບອຸດໜູນ: 60 ລ້ານກີບຕໍ່ແຂວງ

-ບໍ່ມີການກໍານົດອາຍຸນັກກີລາ
-ຄູຝຶກລະດັບ D License ຂຶ້ນໄປ
-ສະໂມສອນຊະນະເລີດໄດ້ຮັບສິດເລື່ອນຊັ້ນຂຶ້ນ ລາວລີກ 1 ( ຕ້ອງຜ່ານ Club Licensing )
2.ການແຂ່ງຂັນບານເຕະ ມັດທະຍົມຕົ້ນ-ປາຍ ມີດັ່ງນີ້:
-ງົບປະມານລວມ 60 ລ້ານຕໍ່ແຂວງ

-ການແຂ່ງຂັນປະກອບມີ: ການແຂ່ງຂັນມັດທະຍົມຕັ້ນຍິງ 15 ລ້ານກີບຕໍ່ແຂວງ, ການແຂ່ງຂັນມັດທະຍົມຕົ້ນຊາຍ 15 ລ້ານກີບຕໍ່ແຂວງ, ການແຂ່ງຂັນມັດທະຍົມປາຍຍິງ 15 ລ້ານກີບຕໍ່ແຂວງ ແລະ ການແຂ່ງຂັນມັດທະຍົມປາຍຊາຍ 15 ລ້ານກີບຕໍ່ແຂວງ.
-ລາຍການແຂ່ງຂັນຂອງມັດທະຍົມຕອນປາຍ ແຕ່ລະປະເພດຕ້ອງປະກອບດ້ວຍ 6 ທີມເຂົ້າໄປ
-ແຂ່ງຂັນແບບແບ່ງກຸ່ມ ແລະ ຕັດເຊືອກ

ສໍາລັບ ການແຂ່ງຂັນບານເຕະລາວລີກ 2 ແລະ ການແຂ່ງຂັນທັດທະຍົມຕົ້ນ-ປາຍ ໃນປີ 2024 ສາມາດສັງລວມໄດ້ດັ້ງນີ້:
-ງົບອຸດໜູນລວມຕໍ່ແຂວງ: ສູງສຸດ 120 ລ້ານກີບ ຕໍ່ສະຫະພັນ
-ຄາດຄະເນສະໂມສອນເຂົ້າຮ່ວມທັງໝົດທົ່ວປະເທດ: 108 ສະໂມສອນ
-ຄາດຄະເນທີມເຂົ້າຮ່ວມໃນລະດັບການແຂ່ງຂັນມັດທະຍົມ: 216 ທີມ ( ບັນດາໂຮງຮຽນໃນບັນດາແຂວງ/ນະຄອນຫຼວງ )
ຂ່າວ-ຮູບ: Larh Creators